Vietjet ເພີ່ມການບໍລິການໃໝ່ໃນ ປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບ ຊີອານ.

*ທາງ​ເລືອກ​ໃໝ່​ໃນ​ການ​ເດີນ​ທາງ​ໄປ ຊີອານ, ນະຄອນຫຼວງ​ເກົ່າ​ຂອງ​ຈີນ ດ້ວຍ​ການ​ບໍລິການ​ໃໝ່​ຂອງ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 10 ເມສາ, 2024) – ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນ ເພາະວ່າ Vietjet ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫຼັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້. ສາຍ​ການ​ບິນ​ນີ້​ຈະ​ເປັນ​ສາຍ​ການ​ບິນ​ທຳ​ອິດ​ທີ່​ຈະ​ດຳ​ເນີນ​ການ​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ນະ​ຄອນ​ໂຮ່​ຈິ​ມິນ​ກັບ​ນະ​ຄອນ​ຫຼວງ​ຊີ​ອານ​ຂອງ​ຈີນ. ມີການບໍລິການແບບບໍ່ຢຸດຢັ້ງຈະເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງຫຼາຍຂຶ້ນ, ເຮັດໃຫ້ເວລາເດີນທາງໜ້ອຍລົງ ແລະ ປະຫຍັດຄ່າໃຊ້ຈ່າຍຫຼາຍຂຶ້ນ.

ເສັ້ນທາງ​ນະຄອນໂຮ່ຈີ​ມິນ-ຊີ​ອານ​ຈະ​ເປີດ​ບໍລິການ​ໃນ​ວັນ​ທີ 29 ​ເມສາ 2024 ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ເມືອງຊີອານ ອອກເດີນທາງທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາ 20:05 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ສະໜາມບິນສາກົນຊີອານ ຊຽງຢາງ ເວລາ 01:30 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ຖ້ຽວບິນຂາກັບຈາກຊີອານ ໄປນະຄອນໂຮ່ຈີມິນ ອອກເດີນທາງທຸກໆວັນຈັນ, ອັງຄານ, ວັນພະຫັດ ແລະ ວັນເສົາ ເວລາ 02:30 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ນະຄອນໂຮ່ຈີມິນ ເວລາ 06:25 ໂມງ (ຕາມເວລາທ້ອງຖິ່ນ).

ທຸກໆຈຸດໝາຍປາຍທາງຈະບໍ່ໄກເກີນໄປໃນປັດຈຸບັນ, ນັບຕັ້ງແຕ່ Vietjet ໄດ້ເປີດເສັ້ນທາງການບິນໃໝ່ຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ສາມາດ​ຖື​ໂອກາດ​ນີ້​ໃນ​ການ​ເດີນທາງ​ໄປ​ຫວຽດນາມ, ພ້ອມ​ທັງ​ເຊື່ອມ​ຕໍ່​ບັນດາ​ຈຸດໝາຍ​ປາຍທາງ​ທີ່​ກ່ຽວຂ້ອງ​ເພື່ອ​ສຳ​ຫຼວດ ​ແລະ ສຳຜັດປະສົບການ​ກັບ​ການ​ເດີນທາງ​ທີ່​ໜ້າ​ຈົດ​ຈຳ.

ເພື່ອເປັນການສະເຫຼີມສະຫຼອງເສັ້ນທາງໃໝ່ ແລະ ການເດີນທາງທີ່ສະບາຍກະເປົາ, Vietjet ເປີດໂຕຫຼຸດລາຄາກັບFriday sale ວັນສຸກສຸດພິເສດດ້ວຍຄ່າໂດຍສານຕໍ່າສຸດ 0 USD  (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບການເດີນທາງຈົນຮອດວັນທີ 31 ທັນວາ 2024 (ບໍ່ລວມມື້ພັກ, ປີໃໝ່ຕາມປະຕິທິນ ແລະ ຊ່ວງເວລາທີ່ມີເດີນທາງຫຼາຍຂອງລະດູການທ່ອງທ່ຽວ). ໂປຣໂມຊັ່ນນີ້ມີໃຫ້ຈັບຈອງທຸກໆວັນສຸກຈົນຮອດທ້າຍປີທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air.

ເພີດເພີນໄປກັບການບິນກັບ Vietjet ໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ພະນັກງານການບິນທີ່ເປັນມືອາຊີບ ແລະ ສຳຜັດປະສົບການກັບອາຫານທີ່ແຊບຊ້ອຍ ພ້ອມກັບອາຫານນາໆຊາດ ແລະ ອາຫານຫວຽດນາມ ທີ່ເລືອກໄວ້, ລວມທັງອາຫານທີ່ນິຍົມເຊັ່ນ: ເຝີ ແລະ ເຂົ້າຈີ່ຫວຽດນາມ. ນອກຈາກນັ້ນ, ທ່ານສາມາດເພີດເພີນກັບການສະແດງວັດທະນະທໍາ ແລະ ສິລະປະທີ່ເປັນເອກະລັກໃນລະຫວ່າງການເດີນທາງຂອງທ່ານຢູ່ທີ່ລະດັບຄວາມສູງ 10,000 ແມັດ. Vietjet ຍັງມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ, ເພື່ອຮັບປະກັນການເດີນທາງທີ່ບໍ່ມີຄວາມກັງວົນ. ຢ່າລືມທີ່ຈະໃຊ້ສິດທິປະໂຫຍດສະສົມຄະແນນຂອງ Vietjet SkyJoy ແລະ ຮັບສິດທິປະໂຫຍດຈາກຂໍ້ສະເໜີພິເສດອື່ນໆ.

ຂໍ້ມູນເພີ່່ມຕື່່ມ www.vietjetair.com

ສຳລັບຜູ້ປະສານງານດ້ານສື່ຕິດຕໍ່:

Bigblue Agency Laos

ໂທ: +85620 78911848 (Lath)

ຫຼື

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...