ຮູ້ຈັກປະຫວັດ “ບຸນຫໍ່ເຂົ້າສະຫຼາກ” ປະເພນີລາວ

ບຸນຫໍ່ເຂົ້າສະຫຼາກ ເປັນອີກບຸນໜຶ່ງໃນຮີດ 12 ຄອງ 14 ຂອງຄົນລາວຊາວພຸດ ເຊົິ່ງຈັດຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 14 ວັນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ຈວຍ (ເຮັດດ້ວຍໄມ້ ຫຼື ໃບຕອງ) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວ ກໍໄດ້ນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ພະສົງ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.

ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານມັກຈະຈັບສະຫຼາກກັບພຣະສົງ, ສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດຈັບສະຫຼາກໄດ້ຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານໄປຖວາຍພຣະ-ເນນອົງນັ້ນ.

ນອກນັ້ນ ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ.

ວ່າເລື່ອງຮີດຄອງແບບນີ້ກໍມີຄວາມແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ບາງທ້ອງຖິ່ນກໍມີຮູບແບບການຈັດທີ່ແຕກຕ່າງສະເພາະຕົນ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍ ເມື່ອມາຮອດປັດຈຸບັນ ໄວໜຸ່ມສ່ວນຫຼາຍກໍບໍ່ຄ່ອຍຮູ້ ວິທີ ຫຼື ຮູບແບບການຈັດແລ້ວເພາະມັນມີຫຼາກຫຼາຍຢ່າງ ດັ່ງນາງ ຈັນທາ ອາໃສຢູ່ບ້ານໂພນສະຫວາດບອກວ່າ: ຕົນເອງກໍເຫັນພໍ່ແມ່ເຮັດບຸນນີ້ມາທຸກປີ ຜ່ານມາກໍໄດ້ຊ່ວຍຈັດແຈງ ກະກຽມເຄື່ອງຂອງຕ່າງໆ ແຕ່ຖ້າໃຫ້ເຮັດເອງແມ່ນບໍ່ຈື່ ແລະ ກໍບໍ່ຮູ້ວ່າຈະຕ້ອງເລີ່ມຫຍັງ ກ່ອນ-ຫຼັງດີ  ແຕ່ກໍຢາກເຊີນຊວນໄວໜຸ່ມຍຸກໃໝ່ຄືພວກເຮົາວ່າ ຕ້ອງໝັ່ນສຶກສາ ບໍ່ຄວນປະຮີດໃຫ້ໝອງຄອງໃຫ້ເສົ້າ ຢ່າງໜ້ອຍກໍໃຫ້ຮູ້ວ່າ ເພິ່ນເຮັດຫຍັງ ແລະ ເຮັດເພື່ອຫຍັງ ເພາະເຮົາເປັນຄົນລາວຊາວພຸດ.

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.