5 ສະຖານທີ່ ຊວນຕັ້ງແຄ້ມເຄົ້າດາວ ສົ່ງທ້າຍປີ 2025

ລົມໜາວພັດມາ ໄດ້ເວລາກຽມຕົວເພື່ອຕັ້ງແຄມ ຫຼື ເຄົ້າດາວແລ້ວແມ່ນບໍ? ຫຼາຍຄົນກໍໜ້າຈະວາງແຜນອອກໄປຕ່າງແຂວງ ຫຼື ສະຖານທີ່ໃນເຂດນອກຕົວເມືອງເພື່ອໃຫ້ໄດ້ບັນຍາກາດທີ່ງຽບສະຫງົບ ວິວທຳມະຊາດດີ ບ່ອນຖ່າຍຮູບງາມ ແຕ່ມື້ນີ້ທາງເຮົາມັດລວມ 5 ສະຖານທີ່ເຄົ້າດາວທີ່ຢູ່ບໍ່ໄກຈາກຕົວເມືອງມາໃຫ້ແລ້ວ ແຕ່ລະບ່ອນມີຈຸດພິເສດ ບັນຍາກາດ ທີ່ແຕກຕ່າງກັນ ແຕ່ຄັກຄືກັນເລີຍ ບໍ່ວ່າຈະໄປເປັນຄູ່, ໄປເປັນກຸ່ມໝູ່ ຫຼື ໄປແບບຄອບຄົວ ກໍດີໝົດມາເບິ່ງນຳກັນເລີຍ:

 1. Asha Stables Resort:

ພາບຈາກ: Jipnoii ຣີວິວ

ວິວງາມປານຢູ່ເມືອງນອກ ມີກິດຈະກໍາຫຼາຍຢ່າງໃຫ້ຫຼິ້ນບໍ່ວ່າຈະເປັນ ຂີ່ມ້າ, ພາຍເຮືອຊົມວິວ, ເກືອປາ, ໃຫ້ອາຫານແມວ, ຍິງທະນູ ແລະ ສຳຄັນແມ່ນມີເດີນກາງເຕັ້ນ ມີອາຫານໄວ້ຄ່ອຍບໍລິການພ້ອມສະຖານທີ່: ບ້ານ ເພຍລາດ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ.

ພິກັດ: https://maps.app.goo.gl/86AXZH4bV8tKMPEs6?g_st=ic

2. ນ້ຳປຽນ ຢໍລະປາ:

ພາບຈາກ: Nampien Yorla Pa

ເປັນທີ່ພັກຕັ້ງແຄັ້ມທ່າມກາງທຳມະຊາດ ກັບບັນຍາກາດທີ່ເຢັນສະບາຍ ເໝາະກັບການໄປນັບຖ່ອຍຫຼັງນຳໝູ່ ແລະ ຄອບຄົວ ຫຼື ຄົນຮັກທີ່ສຸດ ເມື່ອຍຈາກວຽກຈາກງານ ໄປໃຫ້ທຳມະຊາດບຳບັດ ທີ່ສຳຄັນບໍ່ໄກຈາກຕົວເມືອງເລີຍ.

ສະຖານທີ່: ບ້ານ ເວີນແທ່ນ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

ພິກັດ: https://maps.app.goo.gl/fwZcdoLGimZFzw8X9

3. Milada Resort and Campground:

ພາບຈາກ: Milada Resort and Campground

ອີກສະຖານທີ່ວິວງາມ ສາຍຊິວບໍ່ຄວນພາດ ຕັ້ງແຄມເບິ່ງຕາເວັນຕົກດິນ ຖ່າຍຮູບງາມໆແຄມຂອງ ເປັນບັນຍາກາດທີ່ອົບອຸ່ນທີ່ສຸດ ມີຫຼາຍຢ່າງໄວ້ບໍລິການ ສາມາດນຳອາຫານເຂົ້າໄປໄດ້.

ສະຖານທີ່: ບ້ານ ຫ້ວຍຫ້ອມ ເມືອງສັງທອງ ນະຄອນຫຼວງວຽງຈັນ

ພິກັດ: https://maps.app.goo.gl/A5xpr11oHUvhLbT37…

4. ຟາມພາຈະເລີນ:

ພາບຈາກ: ຟາມ ພາຈະເລີນ

ຫຼາຍຄົນຮູ້ຈັກດີໃນນາມສວນເມລ້ອນ ທີ່ແຊບ ຫອມຫວານ ບວກກັບສະຖານທີ່ຕິດແຄມນໍ້າຂອງ ທີ່ໃຫ້ບັນຍາກາດດີ ວິວງາມ ແລະ ມີສະລອຍນໍ້າ ສາມາດນອນເຕັ້ນ ຫຼື ບັງກາໂລກໍໄດ້ ສະຖານທີ່ບໍ່ໄກຈາກຕົວເມືອງ

ສະຖານທີ່: ບ້ານອ່າງນ້ອຍ ເມືອງສັງທອງ ນະຄອນຫຼວງວຽງຈັນ

ພິກັດ: https://maps.app.goo.gl/gh2yytt6SZ3PCVV99

5. ດອນກົກສາ:

ພາບຈາກ: Chillday – ຊິວເດ້

ເໝາະສຳລັບໃຜທີ່ຕ້ອງການຄວາມສະຫງົບແບບສຸດໆ ໜີກາຍໄປພັກໃຈຢູ່ດອນໄດ້ເລີຍ ໄປແລ້ວບໍ່ຜິດຫວັງກັບບັນຍາກາດທີ່ດີແຮງ ວິວຫຼັກລ້ານ ສຳຜັດກັບອາກາດເຢັນໆ ຕາເວັນຂຶ້ນ-ຕົກແບບໃກ້ຊິດ ໄປກັບໝູ່ ຕັ້ງວົງສົນທະນາ ແບ່ງປັນປະສົບການແບບຊິວໆ ແນະນຳບ່ອນນີ້.

ສະຖານທີ່: ບ້ານບົວ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ

ພິກັດ: https://maps.app.goo.gl/CRBgkg27WWbd3S1r9?g_st=ic

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...