Vietjet ສະເໜີສ່ວນຫຼຸດ 10% ສໍາລັບການຈອງແບບກຸ່ມຈົນຮອດທ້າຍປີນີີ້.

(ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2024) – Vietjet ໄດ້ມອບໂປຣໂມຊັັນພິເສດໃນເວລາຈໍາກັດສູງສຸດເຖິງ 10% (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບປີ້ໂດຍສານຊັ້ນປະຢັດ ຕັ້ງແຕ່ມື້ນີີ້ຈົນເຖິງວັນທີ 30 ທັນວາ 2024 ສໍາລັບຜູ້ໂດຍສານທີເດີນທາງເປັນກຸ່ມ 3 ຫາ 5 ຄົນ (ບໍ່ລວມເດັກນ້ອຍອາຍຸ 2 ປີ) ເຊິ່ງຈະໄດ້ຮັບສ່ວນຫຼຸດຫຼາຍເມື່ອຈອງຜ່ານ Vietjet.

ຂໍ້ສະເໜີພິເສດນີີ້ມີໃຫ້ສະເພາະໃນເຄື່ອຂ່າຍທັງໝົດຂອງ Vietjet ລວມເຖິງຖ້ຽວບິນໂດຍກົງທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ແລະ ເສັ້ນທາງນະຄອນຫຼວງວຽງຈັນ-ຮ່າໂນ້ຍ ເຊິ່ງດໍາເນີນໂດຍການບິນລາວ. ຂໍ້ຕົກລົງນີີ້ໄດ້ນໍາໃຊ້ສະເພາະຖ້ຽວບິນທີ່ກໍານົດໄວ້ໃນລະຫວ່າງວັນທີ 01 ມັງກອນ ຫາ 25 ຕຸລາ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູການທ່ອງທ່ຽວ) ເຊິ່ງເຮັດໃຫ້ເປັນຊ່ວງເວລາທີ່ດີທີ່ສຸດໃນການວາງແຜນການພັກຜ່ອນ, ການເຕົ້າໂຮມຄອບຄົວ ຫຼື ການເດີນທາງທີ່ໜ້າຕື່ນເຕັ້ນເປັນກຸ່ມໃນປີໜ້ານີີ້. ທ່ານສາມາດຈອງໄດ້ງ່າຍໆຢູ່ທີ່ www.vietjetair.com ຫຼື ຜ່ານແອັບມືຖື Vietjet Air.

ດ້ວຍເຄືອຂ່າຍການບິນທີ່ຂະຫຍາຍຢ່າງກວ້າງຂວາງໃນທົ່ວຫວຽດນາມ, ອາຊີ ແລະ ຕ່າງປະເທດ. Vietjet ໄດ້ສະເໜີໃຫ້ນັກທ່ອງທ່ຽວມີໂອກາດໄດ້ເດີນທາງສະຖານທີ່ໃໝ່ໆໃນລາຄາທີ່ປະຢັດຜ່ານໂປຣໂມຊັນນີີ້. ໃນເດືອນທັນວາ 2024, ສາຍການບິນໄດ້ດໍາເນີນເຄືອຂ່າຍການບິນທົ່ວໂລກມາຫຼາຍກວ່າ 168 ເສັ້ນທາງ, ພ້ອມຮັບປະກັນທາງເລືອກທີ່ຫຼາກຫຼາຍສໍາລັບນັກທ່ອງທ່ຽວທຸກປະເພດ.

Vietjet ມຸ່ງໝັ້ນທີ່ຈະສະໜອງປະສົບການການເດີນທາງທີ່ມີຄຸນນະພາບສູງສຸດໃຫ້ແກ່ຜູ້ໂດຍສານ. ຜູ້ໂດຍສານສາມາດເພີດເພີນກັບຖ້ຽວບິນທີ່ສະດວກສະບາຍໃນເຮືອບິນທີ່ທັນສະໄໝ ແລະ ສຳຜັດປະສົບການການບໍລິການທີ່ດີຈາກລູກເຮືອທີ່ມີຄວາມເປັນມືອາຊີບ. ພ້ອມກັນນັ້ນຍັງສາມາດເພີດເພີນກັບເມນູໃນຖ້ຽວບິນຂອງ Vietjet ລວມມີອາຫານຫວຽດນາມທີ່ໜ້າຮັບປະທານເຊັ່ນ: ເຝີຫວຽດ, ເຂົ້າຈີ່ປາເຕ້ ແລະ ກາເຟຫວຽດນາມ, ເພື່ອສຳຜັດທຸກມຸມຂອງວັດທະນະທຳຫວຽດນາມໃຫ້ທຸກໆການເດີນທາງ.

#vietjet

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...