ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່:

– ອອກເດີນທາງສຳຜັດກັບບັນຍາກາດທີ່ດີ: ຄືທີ່ທຸກຄົນຮູ້ວ່າປະເທດເຮົາເປັນເຂດຮ້ອນພໍມາຊ່ວງທ້າຍປີຈຶ່ງຈະມີອາກາດທີ່ດີ ເຢັນສະບາຍ ແລະ ເປັນຊ່ວງທີ່ອົບອຸ່ນເພາະທຸກສະຖານທີ່ຈະຕົບແຕ່ງໃຫ້ມີສີສັນບໍ່ວ່າຈະເປັນເພື່ອຕ້ອນຮັບຄຣີສມາດ ຫລື ປີໃໝ່ທີ່ໃກ້ຈະມາເຖິງ ເຊິ່ງຈະເຮັດໃຫ້ບັນຍາກາດໃນສະຖານທີ່ຕ່າງໆ ສວຍງາມກວ່າລະດູການອື່ນ ເປັນໂອກາດດີໃນການອອກເດີນທາງເພື່ອຊຶມຊັບບັນຍາກາດເຫຼົ່ານີ້ເພື່ອເກັບເປັນຄວາມຊົງຈຳທີ່ດີ

– ພັກຜ່ອນຈາກຄວາມເມື່ອຍໃນການເຮັດວຽກ: ມີຫລາຍຄົນທີ່ຕ້ອງເຮັດວຽກຕະຫຼອດທັງປີໂດຍບໍ່ມີໂອກາດໄດ້ພັກ ພໍມາຊ່ວງປີໃໝ່ຈຶ່ງຖືໂອກາດໄປທ່ຽວເພື່ອພັກຜ່ອນຈາກຄວາມອິດເມື່ອຍ, ຄວາມຄຽດຈາກວຽກງານ ຊີວິດ ແລະ ອື່ນໆ ເວົ້າງ່າຍໆກໍຄືການໜີໄປສາກແບັດໃຫ້ຕົນເອງເພື່ອກຽມພ້ອມມາສູ້ໃນປີຕໍ່ໄປ

default

– ອອກເດີນທາງເພື່ອຫາແຮງບັນດານໃຈ: ຊ່ວງທ້າຍປີມັກຈະເປັນຊ່ວງເວລາທີ່ຫຼາຍຄົນມັກໃຊ້ໄປກັບຄອບຄົວ ໝູ່ເພື່ອນ ຄົນຮັກ ແລະ ຕົນເອງ ເພາະເຮົາມັກຈະມີການຄິດທົບທວນເລື່ອງລາວໃນຊ່ວງຫຼາຍເດືອນທີ່ຜ່ານມາ ແລະ ບາງຄົນກໍຢາກວາງແຜນເຮັດສິ່ງໃໝ່ໆໃນປີໜ້າ ສະນັ້ນ, ການເດີນທາງໄປທ່ຽວໃນສະຖານທີ່ໃໝ່ໆຈຶ່ງເປັນຕົວເລືອກທີ່ດີໃນການປ່ຽນບັນຍາກາດ ຫາແຮງບັນດານໃຈ ແລະ ໄອເດຍໃໝ່ໆ

– ໃຫ້ລາງວັນຕົນເອງ: ການໃຫ້ລາງວັນຕົນເອງຂອງແຕ່ລະຄົນນັ້ນກໍແຕກຕ່າງກັນໄປ ບາງຄົນໃຫ້ໂດຍການຊື້ສິ່ງຂອງທີ່ຢາກໄດ້ ໄປກິນອາຫານທີ່ມັກ ແຕ່ບາງຄົນກໍໃຫ້ລາງວັນຕົນເອງດ້ວຍການອອກເດີນທາງໄປຍັງສະຖານທີ່ໃໝ່ໆທີ່ບໍ່ເຄີຍໄປ ພົບປະຄົນແປກໜ້າ ກິນອາຫານທີ່ບໍ່ເຄີຍກິນ ສຳຜັດກັບບັນຍາກາດທີ່ສວຍງາມ ເຊິ່ງຊ່ວງທ້າຍປີໃນລະດູໜາວເປັນຊ່ວງເວລາທີ່ເໝາະສົມທີ່ສຸດ

ນອກຈາກສິ່ງທີ່ເວົ້າມາຂ້າງເທິງແລ້ວ, ຍັງມີຫຼາຍເຫດຜົນທີ່ຄົນມັກຈະອອກເດີນທາງໃນຊ່ວງທ້າຍປີ ທຸກຄົນກໍຈະມີເຫດຜົນຂອງຕົນເອງ ບາງຄົນວາງແຜນໄວ້ແຕ່ຕົ້ນປີ ບາງຄົນກໍຈັບຈູດກັນໄປແບບທ້າທ້າຍໄປເລີຍກໍມີ ແຕ່ບໍ່ວ່າເຮົາຈະເດີນທາງດ້ວຍເຫດຜົນໃດກໍຕາມ ເຊື່ອວ່າການເດີນທາງຈະພາທັງຄວາມສຸກ ຄວາມຊົງຈຳທີ່ດີມາໃຫ້ເຮົາສະເໝີ.

ພາບຈາກ: ທ່ອງທ່ຽວ ເມືອງເຟືອງ 

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.