ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ເວົ້າງ່າຍໆກໍແມ່ນ ມັນເກີດມາຈາກສະໝອງທີ່ລັ່ງສານ Dopamine ທີ່ເປັນສານກ່ຽວຂ້ອງກັບແຮງຈູງໃຈ ແລະ ລາງວັນ ທີ່ຈະລັ່ງອອກມາຫຼາຍໃນເວລາທີ່ມີຄວາມສຸກ ສະບາຍໃຈ ຫຼື ເຮັດຫຍັງສຳເລັດ ຮໍໂມນນີ້ຈະເຮັດໃຫ້ຊ່ວງເວລາໃນສະໝອງເຮົາຜ່ານໄປໄວຂຶ້ນ ແຕ່ໃນທາງກັບກັນ ຖ້າເຮົາບໍ່ມີຄວາມສຸກ ບໍ່ມີຄວາມຕື່ນເຕັ້ນ ຫຼື ເບື່ອໜ່າຍ ເຮົາກໍຈະຮັບຮູ້ວ່າເວລາມັນຜ່ານໄປຊ້າ.

ຫຼື ອາດຈະເປັນຍ້ອນເດືອນ1 ນີ້ຢູ່ຫຼັງຂອງເດືອນ 12 ທີ່ເປັນເດືອນແຫ່ງເທສະການ ຄວາມສຸກ ຄວາມມ່ວນຊື່ນ ຫຼາຍຄົນໄດ້ພັກຜ່ອນ ທ່ອງທ່ຽວ ຢ່າງເຕັມທີ່ ແຕ່ມາຮອດເດືອນນີ້ພັດໄດ້ສຸ່ມໃສ່ວຽກຢ່າງດຽວບໍ່ໄດ້ພັກເລີຍ ທັງແຜນວຽກໃໝ່ທີ່ຈະມາໃນປີນີ້ ແລະ ວຽກເກົ່າທີ່ຍັງຄ້າງແຕ່ປີກາຍ ເລີຍເຮັດໃຫ້ຫຼາຍຄົນຮູ້ສຶກວ່າ ນີ້ຄືເດືອນແຫ່ງການກັບມາໃຊ້ຊີວິດໃນໂລກຄວາມເປັນຈິງ ແລະ ຍັງມີອີກ 11 ເດືອນທີ່ເຮົາຕ້ອງໄດ້ວາງແຜນໃນການໃຊ້ຊີວິດ ແຮ່ງເຮັດໃຫ້ເບິ່ງຄືເດືອນນີ້ຍາວນານຂຶ້ນຕື່ມ.

ອີກປະເດັນໜຶ່ງທີ່ສຳຄັນກໍແມ່ນສະພາບການເງິນທີ່ຕ້ອງໄດ້ບໍລິຫານຢ່າງໜັກເພາະເດືອນຜ່ານມາໝົດໄປຫຼາຍ ພໍມາຮອດເດືອນນີ້ຕ້ອງໄດ້ປະຢັດ ແລະ ໃຊ້ໜ້ອຍລົງ ບາງຄົນກໍບໍ່ພໍໃຊ້ ຈົນເຮັດໃຫ້ຮູ່້ສຶກວ່າ ປານໃດຈະໝົດເດືອນນໍ!!

ຄວາມເປັນຈິງແລ້ວ, ເດືອນມັງກອນນີ້ກໍບໍ່ໄດ້ຍາວນານໄປກວ່າເດືອນອື່ນໃນປີເລີຍ ແຕ່ອາດຈະຢູ່ໃນເດືອນທີ່ຄວາມຮູ້ສຶກບໍ່ຄ່ອຍພໍໃຈປານໃດ ຈຶ່ງເຮັດໃຫ້ເບິ່ງຄືດົນ ເຮົາສາມາດຜ່ອນຄາຍໄດ້ດ້ວຍການມ່ວນກັບການໃຊ້ຊີວິດໃນແຕ່ລະມື້, ໝັ່ນອອກກຳລັງກາຍ ກິນອາຫານທີ່ແຊບ ມີປະໂຫຍດ ແລະ ຫາສິ່ງທີ່ໂຕເອງມັກເຮັດເປັນປະຈຳ.

ວ່າແຕ່.. ອາທິດໜ້າກໍຍັງແມ່ນ ເດືອນມັງກອນຢູ່ໃດ໋ເນາະ !!!!

ແຫຼ່ງຂໍ້ມູນ: newstatesman

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...