ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

  • ເກີດມາຈາກກຳມະພັນ: ເຮົາອາດຈະມີຜົມຂາວກ່ອນໄວຄືກັບຄົວໃນຄອບຄົວກໍໄດ້ ບໍ່ວ່າຈະເປັນພໍ່ແມ່ ພໍ່ເຖົ້າ ແມ່ເຖົ້າ ຫຼື ປູ່ຍ່າ ຕາຍາຍ ຖ້າເປັນກໍລະນີນີ້ກໍແກ້ໄດ້ຍາກ ນອກຈາກທຳໃຈ ຫຼື ຍ້ອມສີຜົມເພື່ອກົບຜົມຂາວ
  • ຄວາມຄຽດ ກັງວົນ ຄິດຫຼາຍ: ຄວາມຄຽດທັງກາຍ ແລະ ໃຈສາມາດສົ່ງຜົນເຮັດໃຫ້ເຮົາມີຜົມຂາວຕັ້ງແຕ່ອາຍຸຍັງນ້ອຍໄດ້ ແລະ ຍັງສົ່ງຜົນເຮັດໃຫ້ຜົມລົ່ນຫຼາຍກວ່າປົກກະຕິເຖິງ 3 ເທົ່າ. ນອກນັ້ນ, ຄວາມຄຽດຍັງສົ່ງຜົນຕໍ່ການນອນຫຼັບ, ຄວາມຢາກກິນອາຫານ ຫຼື ຄວາມດັນເລືອດສູງນຳອີກ.
  • ເກີດຈາກໂລກທີ່ກ່ຽວຂ້ອງກັບພູມຄຸ້ມກັນ: ຖ້າພູມຄຸ້ມກັນມີບັນຫາກໍຈະສົ່ງຜົນໃຫ້ເຊວຕ່າງໆຖືກທຳລາຍ ໂດຍສະເພາະການສູນເສຍເມັດສີເມລານິນໃນຮາກຜົມ ຈະເຮັດໃຫ້ຜົມຂາວໄວຂຶ້ນ
  • ເກີດຈາກການຂາດວິຕາມິນບີ12: ເພາະວິຕາມິນບີ12 ເຮັດໜ້າທີ່ສຳຄັນໃນຮ່າງກາຍໂດຍເຮັດໃຫ້ເກີດພະລັງງານ ແລະ ການຈະເລີນເຕີບໂຕຂອງເສ້ັນຜົມ ແລະ ສີຜົມ ຖ້າຂາດວິຕາມິນບີ 12 ຫຼາຍເກີນໄປກໍຈະເຮັດໃຫ້ຜົມອ່ອນແອ ສົ່ງຜົນໃຫ້ເມັດສີໃນຮາກຜົມຂາວໄວໄດ້ ແລະ ຍັງສົ່ງຜົນໃຫ້ມີອາການເລືອດຈາງໄດ້.
  • ການສູບຢາ: ການສູບຢາມີຜົນກ່ຽວຂ້ອງກັບການມີຜົມຂາວກ່ອນໄວໂດຍມີການວິໄຈກັບຄົນອາຍຸ ກ່ອນໄວ 30 ປີ ເຫັນວ່າຄົນທີ່ສູບຢາມີອັດຕາຜົມຂາວກວ່າຄົນທີ່ບໍ່ສູບຢາເຖິງ 2,5 ເທົ່າ ເພາະການສູບຢາຈະເຮັດໃຫ້ເສັ້ນເລືອດເກີດການຫົດຕົວ ເຊິ່ງສົ່ງຜົນຕໍ່ການລົດການໄຫຼວຽນຂອງເລືອດທີ່ໄປລ້ຽງບໍລິເວນເສັ້ນຜົມ ລວມທັງມີສານຜິດທຳລາຍເຊວໃນຮ່າງກາຍ ແລະ ເສັ້ນຜົມໄດ້.

ຜົມຂາວແບບນີ້ຈະສາມາດກັບມາດຳໄດ້ບໍ່? ໂຕນີ້ຕ້ອງໄດ້ເບິ່ງຕາມສາເຫດຂອງການເກີດຜົມຂາວຂອງແຕ່ລະຄົນ ຖ້າເກີດບາງກໍລະນີກໍສາມາດແກ້ໄດ້ ແຕ່ການລົກຜົມຂາວອອກນັ້ນບໍ່ໄດ້ຊ່ວຍໃຫ້ຜົມຂາວຢຸດ ຫຼື ໝົດໄປໄດ້ ຍັງສົ່ງຜົນເຮັດໃຫ້ຮາກຜົມຖືກທຳລາຍ ແລະ ຍັງສ່ຽງເຮັດໃຫ້ຜົມບາງໄດ້ ຈຶ່ງຄວນສັງເກດ ສຶກສາເບິ່ງອາການຕົນເອງໃຫ້ດີ ຖ້າຮູ້ສຶກບໍ່ປົກະຕິ ຫຼື ຄິດວ່າຕົນເອງໜ້າຈະເກີດາຈາກເຫດຜົນອື່ນກໍສາມາດເຂົ້າໄປປຶກສາແພດໝໍໄດ້ຕາມສົມຄວນ ບໍ່ຄວນກັງວົນ ຕົກໃຈ ເກີນໄປ ເພາະຢ່າລືມວ່າ ຍິ່ງເຮົາມີຄວາມຄຽດ ກັງວົນ ຫຼາຍກໍສົ່ງຜົນໃຫ້ເກີດຜົມຂາວໄດ້ເຊົ່ນດຽວກັນ.

ທີ່ມາ: hdmall.com

#ຜົມຫງອກ #ສຸຂະພາບ #ຜົມຂາວ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...