“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

ສະຖານທີ່ແຫ່ງນີ້ ໄດ້ຖືກນຳໃຊ້ໃຫ້ເປັນບ່ອນສັກກາລະບູຊາຕັ້ງແຕ່ ສະຕະວັດ ທີ 7 ຫາທີ 9 ໃນໄລຍະທຳອິດຂອງການມາຕັ້ງຖິ່ນຖານຂອງຊາວຂະແມຢູ່ໃນເຂດນີ້. ສະຖານບູຮານສ່ວນທີ່ຍັງເຫັນຕັ້ງຢູ່ນີ້ ແມ່ນໄດ້ຮັບການປະຕິສັງຂອນຄືນມາໃໝ່ໃນລະຫວ່າງ ສະຕະວັດ ທີ 11 ຫາ ທີ 12, ໃນໄລຍະດຽວກັນນີ້ ວັດພູກໍ່ໄດ້ຮັບການກໍ່ສ້າງຂຶ້ມາໃໝ່. ຢູ່ໃນແຄວ້ນທີ່ຂຶ້ນກັບ ອັງກໍ, ວັດນີ້ແມ່ນໜຶ່ງໃນ 102 ແຫ່ງ ທີ່ສ້າງຂຶ້ນໃນທົ່ວ ຣາຊະອານາຈັກຂອງຂະແມ ໂດຍພະເຈົ້າໄຊຍະວໍລະມັນ I (889-910) ເພື່ອໃຫ້ ເປັນບ່ອນເຝົ້າບົວລະບັດຮັກສາບ່ອນສັກກາລະບູຊາພະສີວະ.

ໂຄງສ້າງທີ່ຍັງດີກວ່າໝູ່ແມ່ນໂຕທີ່ຕັ້ງຢູ່ດ້ານທິດຕາເວັນຕົກສ່ຽງໃຕ້ຂອງວັດ ເອີ້ນວ່າ ໂກປູຣະ (ຊຸ້ມປະຕູທາງເຂົ້າສູ່ສະຖານບູຮານ) ສັງເກດເຫັນໄດ້ຈາກກ້ອນຫີນດິນຈີ່ທີ່ຕົກຊະຊາຍຢູ່ໃນທີ່ນັ້ນ. ຂອບປະຕູ ແລະ ປ່ອງຢ້ຽມແມ່ນເປັນຫີນຊາຍ. ໂກປູຣະ ແລະ ຝາຜະໜັງອ້ອມຮອບທີ່ເປັນຫີນຈີ່ມີອາຍຸເກົ່າແກ່ຕັ້ງແຕ່ສະຕະວັດທີ 12. ມຸກຄະລຶງຄະ (ລຶງຄະທີ່ມີໃບໜ້າມະນຸດ) ເຮັດດ້ວຍຫີນຊາຍ, ໄດ້ຖືກຄົ້ນພົບຢູ່ໃກ້ກັບຈຸດນັ້ນອາດສ້າງຂຶ້ນໃນສະຕະວັດທີ 7 ແລະ ເປັນຕົວແທນໃຫ້ແກ່ພະສີວະ, ແລະ ປັດຈຸບັນວາງສະແດງຢູ່ທີ່ຫໍພິພິທະພັນວັດພູ.

ວັດດັ້ງເດີມນັ້ນ, ສ້າງດ້ວຍດິນຈີ່, ອາດຈະຢູ່ໃນໄລຍະຍຸກກ່ອນອັງກໍວັດ ເຊິ່ງປັດຈຸບັນແມ່ນຍຸບພັງລົງທັງໝົດແລ້ວ. ຢູ່ໃນສ່ວນທີ່ ເປັນໃຈກາງຂອງຫໍໄຫວ້ໄດ້ທັບຖົມໄປດ້ວຍຊາກສະຫລັກຮັກພັງຂອງຫໍໂຮງທີ່ກໍ່ດ້ວຍດິນຈີ່. ວັດນີ້ອາດຈະສ້າງເພື່ອອຸທິດ ໃຫ້ແກ່ ພະແມ່ ຣູທຣານີ ( ເປັນທີ່ຮັບຮູ້ກັນໃນນາມ ພະແມ່ ອູມາ ຫຼື ພະແມ່ ປາຣະວະຕີ), ພະມະເຫສີຂອງພະສີວະ-ຣູທຣາ. ສີລາຈາລຶກ ໃນວັດນີ້, ປີ 889 ໄດ້ບອກໃຫ້ຮູ້ວ່າ ມີສະຖານທີ່ບ່ອນສັກກາລະບູຊາພະສີວະ ຕັ້ງຢູ່ໃກ້ກັບສະຖານທີ່ແຫ່ງນີ້.

ຢູ່ທາງເບື້ອງທິດຕາເວັນອອກຂອງວັດຍັງມີເສັ້ນທາງບູຮານທີ່ປ້ອງດວ້ຍຂອບຫີນດິນຈີ່ ຍັງເຫລືອຢູ່ປະມານ 200-300ແມັດ ແລະ ໜອງສະນໍ້າທີ່ຂຸດໄວ້ກໍມີສ່ວນກ່ຽວພັນກັບສະຖານທີ່ແຫ່ງນີ້ເຊັ່ນດຽວກັນ.

Cr. ເມືອງ ປະທຸມພອນ/Pathoumphone district

ຮູບພາບ: ເພັດນະຄອນ ອ່ອນສີທອງ, ອຈ ຂັນທອງ ເທບພະຄຳສອນ

ຮຽບຮຽງ: ອຈ ປອ ຈິດຕະວົງ ແສງແກ້ວ

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.