ປະຫວັດຄວາມເປັນມາຂອງ “ຊົນເຜົ່າລາຫູ”

ຊົນເຜົ່າລາຫູ ມີຖິ່ນຖານພູມລຳເນົາເດີມຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະ ໄດ້ອົບພະຍົບລົງມາທາງໃຕ້, ປັດຈຸບັນຊົນເຜົ່າລາຫູ ດຳລົງຊີວິດ ແລະ ຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ ນອກຈາກນີ້ແລ້ວ ຊົນເຜົ່າລາຫູ ຍັງມີຢູ່ພາກໃຕ້ຂອງຈີນ, ມຽນມາ, ຫວຽດນາມ ແລະ ພາກເໜືອຂອງປະເທດໄທ.

ຊົນເຜົ່ານີ້ເອີ້ນຕົນເອງວ່າ “ລາຫູ” ຊື່ທີ່ເຂົາເຈົ້າມັກກໍແມ່ນ “ລາຫູ” ແຕ່ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ “ມູເຊີ”.

ຄຳວ່າ “ມູເຊີ” ມີຄວາມໝາຍແນວໃດ, ເລີ່ມໃຊ້ເວລາໃດ, ເປັນພາສາຂອງຊົນເຜົ່າໃດນັ້ນຍັງບໍ່ທັນຮູ້ຊັດເຈນ. ແຕ່ຄຳທີ່ເອີ້ນວ່າ “ລາຫູ” ນັ້ນມາຈາກຄຳວ່າ “ລ້າຮູ” ໃນຄວາມໝາຍຂອງພາສາຊົນເຜົ່ານີ້ເອງແປວ່າ “ລ້ຽງເສືອ” (“ລ້າ” ແປວ່າ “ເສືອ” ແລະ “ຮູ” ແປວ່າ “ລ້ຽງ”), ແຕ່ຖ້າຈະເອົາຄວາມໝາຍທີ່ແທ້ຈິງກໍຄື “ຜູ້ລ້ຽງເສືອ” ນັ້ນເອງ.

ຊົນເຜົ່າລາຫູ ປະກອບດ້ວຍຫຼາຍແຊງເຊັ່ນ: ລາຫູນະ (ມູເຊີຂາວ), ລາຫູຊີ (ມູເຊີດຳ) ແລະ ລາຫູເຊ ແລະ (ມູເຊແດງ ຫຼື ກຸ່ຍ).

ພາສາຂອງຊົນເຜົ່າລາຫູ ຈັດຢູ່ໃນໝວດພາສາຈີນ-ຕີເບດ, ສາຂາຕີເບດ-ມຽນມາ ເຂົາເຈົ້າບໍ່ມີຕົວໜັງສືຂຽນ. ແຕ່ລະແຊງລາຫູ ຈະມີສຽງສຳນຽງໃນການປາກເວົ້າແຕກຕ່າງກັນເລັກນ້ອຍ, ແຕ່ໂດຍທົ່ວໄປແລ້ວສຽງຂອງລາຫູ ເປັນສຽງສຳນຽງມາດຕະຖານ ທັງເປັນພາສາກາງຂອງຊົນເຜົ່າລາຫູ ບໍ່ວ່າຈະເປັນຢູ່ແຄວ້ນຢູນານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ.

ຊົນເຜົ່າລາຫູ ມີພື້ນຖານຄວາມເຊື່ອຖືໃນເລື່ອງຜີ, ເຊິ່ງຜີທີ່ມີອຳນາດທີ່ສຸດໄດ້ແກ່ຜີຟ້າ, ນອກຈາກຜີຟ້າແລ້ວ ຍັງເຊື່ອຖືຜີເຮືອນ, ຜີບ້ານ, ຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ. ຜີທີ່ກ່າວມານັ້ນແມ່ນຜີດີສຳລັບຊົນເຜົ່າລາຫູ ແຕ່ກົງກັນຂ້າມສຳລັບຜີຮ້າຍທີ່ຊົນເຜົ່ານີ້ເກງກົວນັ້ນ ກໍມີຢູ່ຫຼາຍຜີເຊັ່ນ: ຜີນ້ຳ, ຜີປ່າ, ຜີໄຮ່, ຜີພູເຂົາ ແລະ ອື່ນໆ.

ຂໍ້ມູນຈາກ: ກົມຊົນເຜົ່າ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...