ນະຄອນຫຼວງວຽງຈັນ, ສປປ. ລາວ – ວັນທີ 27 ສິງຫາ 2025 – ບໍລິສັດ ຊຳຊຸງອີເຣັກໂທຣນິກ ຈຳກັດ ປະກາດການວາງຈຳໜ່າຍສະມາດໂຟນສອງຮຸ້ນໃໝ່ຢ່າງເປັນທາງການໃນ ສປປ. ລາວ ຄື: Samsung Galaxy A07 ແລະ Galaxy A17 5G.
ການເປີດຕົວຄັ້ງນີ້ ເປັນການຢືນຢັນຄຳໝັ້ນສັນຍາຂອງ ຊຳຊຸງ ໃນການນຳສະເໜີນະວັດຕະກຳ ແລະ ປະສົບການການໃຊ້ງານທີ່ດີເລີດ ສູ່ຜູ້ໃຊ້ທຸກຄົນ.
Galaxy A07 ທົນທານ ວ່ອງໄວ ຫາຍຫ່ວງ

Galaxy A07 ເປັນສະມາດໂຟນຮຸ້ນນ້ອຍລາຄາກຸ້ມຄ່າ ແຕ່ອັດແຫນ້ນໄປດ້ວຍຟີເຈີຫຼັກສຳຄັນ ທີ່ຄົບເຄື່ອງເທົ່າທີ່ມືຖືເຄື່ອງຫນຶ່ງຄວນມີ ເພື່ອການໃຊ້ຊີວິດປະຈຳວັນຂອງທ່ານທີ່ສະດວກສະບາຍ ແລະ ຫາຍຫ່ວງ.

ທົນທານ: ໜ້າຈໍແກ້ວ tempering 2 ຊັ້ນ ທີ່ແຂງແຮງ, ປ້ອງກັນຮອຍຂີດຂ່ວນໄດ້ດີກວ່າ, ພ້ອມມາດຕະຖານການກັນນ້ຳກັນຝຸ່ນ IP54 ແລະ ແບັດເຕີຣີ 5,000mAh ທີ່ໃຊ້ງານໄດ້ຕະຫຼອດມື້.

ວ່ອງໄວ: ຫນ້າຈໍໃຫຍ່ 6.7 ນິ້ວ ທີ່ມີອັດຕາການຣີເຟຣສຫນ້າຈໍ 90Hz. ມອບປະສົບການທີ່ມື່ນໄຫລ ສໍາລັບການເບິ່ງຫນັງ ຫລິ້ນເກມ ຫລື ປັດເບິ່ງຟີດໄດ້ແບບໄຫລມື່ນ ບໍ່ສະດຸດ.

ຫາຍຫ່ວງ: ກ້ອງຫຼັງຄວາມລະອຽດສູງ 50MP ຖ່າຍຮູບໄດ້ຄົມຊັດໃນທຸກສະພາບແສງ ແລະ ພ້ອມຮັບປະກັນການອັບເດດຄວາມປອດໄພໃຫ້ຢ່າງຕໍ່ເນື່ອງ ເຖິງ 6 ປີ.

Galaxy A07 ມີໃຫ້ເລືອກ 3 ສີຄື: ສີມ່ວງ, ສີຂຽວ ແລະ ສີດຳ, ເລີ່ມຕົ້ນທີ່ລາຄາ 1,999,000 ກີບ.

ໂປຣໂມຊັນພິເສດ!
ໃນໄລຍະການເປີດໂຕນີ້, ສຳລັບທຸກໆການສັ່ງຊື້ A07 ໃນທຸກຄວາມຈຳ ແລະ ສີ ຮັບຟຣີຫົວສາກໄວ 25W ຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 30 ກັນຍາ 2025.

Galaxy A17 5G ຄອນເທັ້ນເສກໄດ້ ເອົາໃຈສາຍເກມ

Galaxy A17 5G ມອບປະສົບການໃຊ້ມືຖືທີ່ວ່ອງໄວກວ່າ ແລະມາພ້ອມການຮອງຮັບສັນຍານ 5G. ອອກແບບເພື່ອຜູ້ຮັກຄອນເທັ້ນ ແລະ ເກມໂດຍສະເພາະ.

ສ້າງຄອນເທັ້ນສຸດປັງ: ກ້ອງຫຼັງຄວາມລະອຽດ 50MP ພ້ອມລະບົບກັນສັ່ນ (OIS) ແລະ ຫນ້າຈໍ Super AMOLED ທີ່ໃຫ້ສີສັນສົດໃສ ເຮັດໃຫ້ການຖ່າຍຮູບແລະວີດີໂອເປັນເລື່ອງງ່າຍດາຍ.

ຫຼິ້ນເກມໄດ້ໄດ້ສຸດມັນ: ປະມວນຜົນດ້ວຍຊິບເຊັດທີ່ຊົງພະລັງ, ມອບປະສົບການການຫລິ້ນເກມມື່ນໄຫລແບບບໍ່ມີກະຕຸກ ແລະ ແບັດເຕີຣີອຶດທົນ ທີ່ຮອງຮັບການສາກໄວ 25W.

ອັດມາພ້ອມ Gemini Live: ຊ່ວຍໃຫ້ທ່ານສາມາດນຳໃຊ້ເຄື່ອງມື AI ເພື່ອຄົ້ນຫາຄຳຕອບ ຫຼື ຂໍ້ສົງໄສຕ່າງໆ, ເຮັດໃຫ້ຊີວິດງ່າຍຂຶ້ນໃນລາຄາທີ່ຈັບຕ້ອງໄດ້ ຄົບເຄື່ອງໃນມືຖືຫນ່ວຍດຽວ.

Galaxy A17 5G ມີໃຫ້ເລືອກ 2 ສີຄື: ສີຟ້າ ແລະ ສີດຳ, ເລີ່ມຕົ້ນທີ່ລາຄາ 5,299,000 ກີບ.

ໂປຣໂມຊັນພິເສດ!
ໃນໄລຍະການເປີດໂຕນີ້, ສຳລັບທຸກໆການສັ່ງຊື້ A07 ໃນທຸກຄວາມຈຳ ແລະ ສີ ຮັບຟຣີຫົວສາກໄວ 25W ຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 30 ກັນຍາ 2025.

ການຈຳໜ່າຍ
Galaxy A07 ແລະ Galaxy A17 5G ມີວາງຈຳໜ່າຍແລ້ວຕັ້ງແຕ່ວັນນີ້ ທີ່ຮ້ານ Samsung ແລະຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດທົ່ວປະເທດ.

Samsung Galaxy A Series – ນະວັດກຳທີ່ທຸກຄົນເຂົ້າເຖິງໄດ້

