ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ – ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ໂຄງການ SCG Sharing The Dream ໃນ ສ.ປ.ປ ລາວ ດຳເນີນການມາຢ່າງຕໍ່ເນື່ອງເປັນປີທີ 14 ໂດຍ ເອັດສຊີຈີໄດ້ ມອບທຶນການສຶກສາໄປແລ້ວ ກວ່າ 2,583 ທຶນ ໃນ ສປປ ລາວ, ເຊີ່ງໃນປີນີ້ ເອັດສຊີຈີ ມອບທຶນການສຶກສາຈໍານວນ 125 ທຶນ ໃຫ້ແກ່ນັກຮຽນ ແລະ ນັກສຶກສາທົ່ວປະເທດ, ໂດຍແບ່ງເປັນ 80 ທຶນ ສຳລັບນັກຮຽນລະດັບມັດທະຍົມຕອນປາຍໃນທົ່ວນະຄອນຫຼວງວຽງຈັນ, 30 ທຶນ ສຳລັບນັກຮຽນມັດທະຍົມຕອນປາຍໃນແຂວງ ຄໍາມ່ວນ ແລະ 15 ທຶນ ສຳລັບນັກສຶກສາລະດັບມະຫາວິທະຍາໄລທົ່ວປະເທດ ເພື່ອສົ່ງເສີມໃຫ້ເຍົາວະຊົນທີ່ມີສັກກະຍະພາບແຕ່ຂາດແຄນທຶນຮອນ ໄດ້ມີໂອກາດພັດທະນາສັກກະຍະພາບ ແລະ ເສີມສ້າງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ທ່ານ ປໍລະເມດ ນິສາກອນເສນ ຜູ້ຊ່ວຍຜູ້ຈັດການໃຫຍ່-ການບໍລິຫານກາງ ເອັດສຊີຈີ ໄດ້ກ່າວວ່າ “ເອັດສຊີຈີເຊື່ອວ່າເຍົາວະຊົນທຸກຄົນ ໃນໂຄງການນີ້ມີຄວາມມຸ່ງໝັ້ນທີ່ຈະສ້າງຄວາມຝັນ ແລະ ອະນາຄົດຂອງຕົນເອງ ແລະ ເປັນພະລັງສໍາຄັນໃນການຂັບເຄື່ອນປະເທດ ສູ່ຄວາມຍືນຍົງ ສອດຄ່ອງກັບແນວຄິດ Inclusive Society ຂອງ ເອັສຊີຈີ ທີ່ມຸ່ງໝັ້ນໃຫ້ທຸກຄົນເຕີບໂຕໄປດ້ວຍກັນຢ່າງຍືນຍົງ, ເອັດສຊີຈີພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການມອບໂອກາດທາງດ້ານການສຶກສາ ພ້ອມຈຸດປະກາຍໃຫ້ເຍົາວະຊົນເກີດຄວາມຮູ້ສຶກມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໂອກາດນີ້ ຂ້າພະເຈົ້າ ຂໍຂອບໃຈທຸກພາກສ່ວນທີ່ໄດ້ຮ່ວມເປັນກຳລັງສຳຄັນໃນການດຳເນີນໂຄງການນີ້້ຈົນປະສົບຜົນສຳເລັດອີກຄັ້ງ”

ທັງນີ້ ໂຄງການ SCG Sharing The Dream ເປັນໜື່ງໃນໂຄງການພັດທະນາສັກກະຍະພາບ ເຍົາວະຊົນໃນພູມມິພາກອາຊີຂອງ ເອັດສຊີຈີ ເຊີ່ງໄດ້ດຳເນີນການພາຍໃນ 5 ປະເທດ ໄດ້ແກ່ ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ ໂດຍຕະຫຼອດໄລຍະເວລາກວ່າ 112ປີ ເອັດສຊີຈີດໍາເນີນທຸລະກິດຄວບຄູ່ກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໂຄງການ SCG Sharing The Dream ຈື່ງເປັນອີກໜື່ງພາລະກິດສຳຄັນໃນການສ້າງ “Green Generation” ຫຼື ເຍົາວະຊົນລຸ້ນໃຫມ່ທີ່ສາມາດນຳຄວາມຮູ້ໄປພັດທະນາຊຸມຊົນ, ສັງຄົມ ແລະ ປະເທດຊາດໃຫ້ເຕີບໃຫຍ່ຢ່າງຍືນຍົງຕໍ່ໄປ.

*******************************

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...