Vietjet ສ້າງສະຖິຕິໃໝ່ດ້ວຍການຮັບເຮືອບິນ 22 ລຳ ພາຍໃນເດືອນດຽວ, ເພື່ອຄວາມພ້ອມໃນລະດູການເດີນທາງທີ່ມີຄວາມຕ້ອງການສູງ

ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2025 –  ສາຍການບິນ Vietjet ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແນ່ວແນ່ຂອງ Vietjet ໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ບ່ອນທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.

ການຂະຫຍາຍກອງເຮືອບິນຢ່າງບໍ່ເຄີຍມີມາກ່ອນນີ້, ເຊິ່ງເທົ່າກັບຂະໜາດເຕັມຂອງກອງເຮືອບິນຂອງສາຍການບິນດ່ຽວ, ຖືເປັນການເພີ່ມຈຳນວນເຮືອບິນຫຼາຍທີ່ສຸດພາຍໃນໜຶ່ງເດືອນໃນປະຫວັດສາດຂອງສາຍການບິນ. ຜົນສຳເລັດນີ້ຍົກໃຫ້ເຫັນຍຸດທະສາດໄລຍະຍາວທີ່ເຂັ້ມແຂງ, ຄວາມໃຝ່ຝັນໃນລະດັບໂລກ ແລະ ການເຕີບໂຕຢ່າງວ່ອງໄວຂອງ Vietjet, ໃນຂະນະທີ່ສາຍການບິນກຽມພ້ອມສຳລັບລະດູການເດີນທາງທີ່ມີຄວາມຕ້ອງການສູງໃນປີໃໝ່ ແລະ ປີໃໝ່ຈີນ, ພ້ອມທັງເລັ່ງການຂະຫຍາຍເຄືອຂ່າຍສາກົນຂອງຕົນ.

ເຮືອບິນທີ່ໄດ້ຮັບມອບ ແລະ ທີ່ກຳລັງຈະມາເຖິງນີ້ ປະກອບມີເຮືອບິນ Boeing 737 ຈໍານວນ 9 ລໍາ ສໍາລັບ Vietjet ປະເທດໄທ, ເຮືອບິນ Airbus ລຸ້ນໃໝ່ 7 ລຳ ແລະ ເຮືອບິນອື່ນໆ 6 ລຳ ສຳລັບ ກຸ່ມບໍລິສັດ Vietjet ຢູ່ ຫວຽດນາມ.

ໃນຂະນະທີ່ສາຍການບິນທົ່ວໂລກປະເຊີນກັບການຂາດແຄນເຮືອບິນ, ຄວາມຜັນຜວນຂອງລະບົບຕ່ອງໂສ້ການສະໜອງ, ແລະ ໄລຍະເວລາການສົ່ງມອບທີ່ຍາວນານຂຶ້ນ, Vietjet ພັດກຳລັງດຳເນີນການໃນທິດທາງທີ່ແຕກຕ່າງ. ການເພີ່ມເຮືອບິນທີ່ທັນສະໄໝໃໝ່ 22 ລຳ ພາຍໃນໜຶ່ງເດືອນນີ້ ເປັນການຢັ້ງຢືນເຖິງຄວາມໜ້າເຊື່ອຖືທີ່ເຂັ້ມແຂງ, ສະຖານະພາບທາງດ້ານການເງິນ, ແລະ ຊື່ສຽງທີ່ເພີ່ມຂຶ້ນຂອງ ສາຍການບິນ Vietjet ໃນຖານະຄູ່ຮ່ວມທີ່ໄດ້ຮັບຄວາມໄວ້ວາງໃຈໃນອຸດສາຫະກຳການບິນທົ່ວໂລກ.

ປັດຈຸບັນ Vietjet ດຳເນີນການບິນໂດຍກົງ ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ໂຮ່ຈິມິນ, ເຊິ່ງສະໜອງໂອກາດອັນດີສຳລັບນັກທ່ອງທ່ຽວຈາກ ສປປ ລາວ ທີ່ວາງແຜນຈະໄປຢ້ຽມຢາມ ຫວຽດນາມ ຫຼື ເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວເຂດເອເຊຍປາຊີຟິກ. ເປັນສ່ວນໜຶ່ງຂອງການຂະຫຍາຍງານຢ່າງຕໍ່ເນື່ອງ, Vietjet ຮັບປະກັນປະສົບການການເດີນທາງທີ່ລຽບງ່າຍ ແລະ ມ່ວນຊື່ນດ້ວຍເຮືອບິນທີ່ທັນສະໄໝ ແລະ ປອດໄພ, ອັດຕາຄ່າໂດຍສານທີ່ແຂ່ງຂັນໄດ້, ແລະ ການບໍລິການທີ່ດີເລີດ.

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.