Vietjet ປະກາດໂປຣໂມຊັນໃຫຍ່ 12.12 ຫຼຸດຄ່າບິນ 100% ສໍາລັບການຜະຈົນໄພໃນປີ 2026

*ຟຣີກະເປົາເຊັກອິນ 20kg ແລະ e-SIM ສຳລັບຜູ້ໂດຍສານ”

(ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2025) – ເນື່ອງໃນໂອກາດສະຫຼອງ “Double Day” ຄັ້ງສຸດທ້າຍຂອງປີ 2025, ສາຍການບິນ Vietjet ໄດ້ຈັດໂປຣໂມຊັນຫຼຸດລາຄາສູງເຖິງ 100% ສໍາລັບປີ້ຍົນໃນວັນທີ 12 ທັນວາ, ເຊິ່ງເປັນການເປີດປະຕູໃຫ້ແກ່ນັກເດີນທາງຈາກລາວໄປສູ່ປະເທດຫວຽດນາມ ແລະ ທະວີບອາຊີ ດ້ວຍຄຸນຄ່າທີ່ພິເສດຕະຫຼອດປີ 2026. ດ້ວຍຖ້ຽວບິນຕົງຂອງສາຍການບິນຈາກນະຄອນຫຼວງວຽງຈັນ ໄປຍັງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ໂປຣໂມຊັນນີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນການເດີນທາງຂອງທ່ານໃນຫວຽດນາມ ແລະ ຕ່າງປະເທດໄດ້ຕະຫຼອດໃນປີໜ້າ.

ໃນລະຫວ່າງເວລາ 00:00 ໂມງ ເຖິງ 23:00 ໂມງ ຂອງວັນທີ 12 ທັນວາ 2025, ຜູ້ໂດຍສານທີ່ຈອງປີ້ Eco ແລະ ໃສ່ລະຫັດໂປຣໂມຊັນ THANKS ຈະໄດ້ຮັບສ່ວນຫຼຸດ 100% ຈາກລາຄາປີ້ພື້ນຖານ (ຍົກເວັ້ນຄ່າພາສີ ແລະ ຄ່າທຳນຽມຕ່າງໆ).ຄ່າປີ້ໂປຣໂມຊັນແມ່ນໃຊ້ໄດ້ກັບຖ້ຽວບິນທີ່ມີກຳນົດເດີນທາງລະຫວ່າງວັນທີ 5 ມັງກອນ ຫາ 31 ທັນວາ 2026 (ອາດມີການປ່ຽນແປງໄລຍະເວລາເດີນທາງຂຶ້ນກັບເສັ້ນທາງ ແລະ ວັນງົດເດີນທາງ).ການຈອງແມ່ນເຮັດຜ່ານເວັບໄຊ (https://www.vietjetair.com) ຫຼື ທາງແອັບພລິເຄຊັນ “Vietjet Air” ເທົ່ານັ້ນ.

ນອກຈາກນັ້ນ, ຜູ້ໂດຍສານປີ້ Eco ຍັງສາມາດໄດ້ຮັບສິດພິເສດດັ່ງນີ້:ໄດ້ຮັບນ້ຳໜັກກະເປົາເຊັກອິນ ຟຣີ 20 ກິໂລກຣາມ.ໄດ້ຮັບ SkyFi e-SIM ຟຣີ ທີ່ມີຂໍ້ມູນອິນເຕີເນັດຄວາມໄວສູງ 500MB ສໍາລັບໃຊ້ໃນປະເທດຫວຽດນາມ, ໃຊ້ໄດ້ 31 ວັນ ນັບຈາກມື້ເດີນທາງມາຮອດ (ເປັນໄປຕາມເງື່ອນໄຂ).ໂປຣໂມຊັນເຫຼົ່ານີ້ແມ່ນນຳໃຊ້ກັບການຈອງຖ້ຽວບິນສາຍການບິນສາກົນຂອງ Vietjet ນັບຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ທັນວາ 2025.

ຂະນະທີ່ບັນຍາກາດງານເທດສະການຢູ່ຈຸດທ່ອງທ່ຽວຕ່າງໆເພີ່ມຂຶ້ນ, ໂປຣໂມຊັນໃຫຍ່ 12.12 ຂອງ Vietjet ແມ່ນມອບໂອກາດທີ່ສົມບູນແບບໃຫ້ແກ່ນັກເດີນທາງຊາວລາວ ເພື່ອສະທ້ອນເຖິງປີທີ່ຜ່ານມາ ແລະ ໃຫ້ລາງວັນແກ່ຕົນເອງ. ດ້ວຍລາຄາທີ່ດີທີ່ສຸດເຫຼົ່ານີ້, ນັກເດີນທາງຈຶ່ງມີຄວາມຍືດຫຍຸ່ນຫຼາຍຂຶ້ນໃນການວາງແຜນວັນພັກຂອງພວກເຂົາ ແລະ ກໍານົດຮູບແບບການຜະຈົນໄພໃນເວລາໃດກໍໄດ້ຕະຫຼອດປີໜ້າ.

ປັດຈຸບັນ, Vietjet ດໍາເນີນຖ້ຽວບິນປະຈໍາວັນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນໄປຍັງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ເຊິ່ງເປັນສູນກາງການຂົນສົ່ງລະດັບຊາດ ແລະ ສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ.ດ້ວຍເຄືອຂ່າຍທີ່ກວ້າງຂວາງຂອງສາຍການບິນ, ນັກເດີນທາງຈາກລາວຍັງສາມາດເຂົ້າເຖິງຈຸດໝາຍປາຍທາງອື່ນໆ ພາຍໃນພາກພື້ນອາຊີ-ປາຊີຟິກ. Vietjet ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະພາຜູ້ໂດຍສານບິນໄປກັບເຮືອບິນທີ່ທັນສະໄໝ, ປະຫຍັດນໍ້າມັນເຊື້ອໄຟ ພ້ອມດ້ວຍພະນັກງານມືອາຊີບ, ເພີດເພີນໄປກັບລາຍການອາຫານຫຼາກຫຼາຍຊະນິດທີ່ເປັນທີ່ນິຍົມຂອງຫວຽດນາມ ລວມທັງເຝີ, ບ້ານໝີ່ (Banh mi) ແລະ ກາເຟນົມເຢັນແບບຫວຽດນາມ, ແລະ ໄດ້ຮັບປະສົບການທາງດ້ານວັດທະນະທໍາ ແລະ ຄວາມບັນເທີງທີ່ເປັນເອກະລັກສະເພາະຢູ່ທີ່ລະດັບຄວາມສູງ 10,000 ແມັດ ໃນຖ້ຽວບິນທີ່ຖືກຄັດເລືອກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...