“ວັດປ່າໂພນເພົາ” ອີກໜຶ່ງວັດເກົ່າແກ່ໃນ ນະຄອນຫຼວງພະບາງ

“ວັດປ່າໂພນເພົາ” ເປັນວັດນ້ອຍໆ ເກົ່າແກ່ອີກວັດໜຶ່ງ ໃນນະຄອນຫຼວງພະບາງ ທີ່ສ້າງຂຶ້ນໂດຍ ພຣະອາຈານສາຍສະໝຸດ ມີສາດສະໜາສະຖານສ່ວນໃຫຍ່ຢູ່ບໍລິເວນເນີນພູ.

ຈຸດເດັ່ນທີ່ໜ້າຊົມຢູ່ທີ່ ສັນຕິເຈດີ ເທິງຍອດເນີນພູ ສ້າງຂຶ້ນໃນ ປີ ຄສ. 1988 ລັກສະນະເປັນອາຄານຊົງພຣະທາດ ພາຍນອກຊັ້ນເທິງທາ ສີທອງ ສ່ວນຊັ້ນລຸ່ມເປັນໂຖງຊົງຫຼ່ຽມອ້ອມຮອບ ພຣະທາດ ມີປ່ອງຢ້ຽມແກະສະຫຼັກເລົ່າເລື່ອງພຸດທະປະຫວັດ ພາຍໃນແບ່ງເປັນ 4 ຊັ້ນ ແຕ່ລະຊັ້ນຈະປະດັບພາບຝາເປັນເລື່ອງລາວກ່ຽວກັບ ນາຮົກ-ສະຫວັນ ແລະ ພຸດທະສາດສະໜາສະຖານທີ່ສຳຄັນໆ ຫຼາຍແຫ່ງທົ່ວໂລກ.

ບໍລິເວນລະບຽງຊັ້ນສອງ ສາມາດເບິ່ງເຫັນທິວທັດນະເມືອງຫຼວງພະບາງໄດ້ກວ້າງໄກ ຕັ້ງແຕ່ສະໜາມບິນ, ຕົວເມືອງຂົວເຫຼັກ, ແມ່ນ້ຳຄານ, ພຣະທາດພູສີ ແລະ ໜ່ວຍພູທີ່ອ້ອມຮອບດ້ານຫຼັງ; ມີປະຕູທາງເຂົ້າທັງສີ່ທິດ.

ຄວາມສຳຄັນຂອງ “ວັດປ່າໂພນເພົາ” ນອກຈາກຈະເປັນຈຸດຊົມວິວຂອງ ນະຄອນຫຼວງພະບາງ ແລ້ວ, ໃນເດືອນອ້າຍ (ເດືອນທັນວາຂອງທຸກໆປີ) ມີການຈັດງານປະເພນີ “ບຸນເຂົ້າກຳ” ເປັນກິດຈະກຳຂອງສົງ ເອີ້ນວ່າ “ເຂົ້າປະລິວາດສະກຳ” ໂດຍໃຫ້ພຣະສົງທີ່ຕ້ອງອາບັດ (ກະທຳຜິດ) ສັງຄາທິເສກ ໄດ້ສາລະພາບຕໍ່ໜ້າຄະນະສົງ ເພື່ອເປັນການຝຶກຈິດສຳນຶກເຖິງຄວາມບົກຜ່ອງຂອງຕົນ ແລ້ວປັບຕົວປະພຶດຕົນໃຫ້ຖືກຕ້ອງຕາມພຣະວິໄນ.

ພິທີເຂົ້າປະລິວາດສະກຳ ກຳນົດໄວ້ 9 ລາຕີ(ຄືນ) ກຳນົດໃຫ້ພັກຢູ່ໃນສະຖານທີ່ສະຫງົບ ບໍ່ມີຄົນແອອັດ (ອາດເປັນບໍລິເວນວັດກໍໄດ້) ໂດຍມີກຸດຕິຊົ່ວຄາວເປັນຫລັງໆ ພະສົງເຂົ້າປະລິວາດສະກຳ ຄາວໜຶ່ງໆ ຈະມີຈຳນວນເທົ່າໃດກໍຕາມ ແຕ່ຕ້ອງໄດ້ແຈ້ງໃຫ້ພະສົງຈຳນວນ 4 ອົງ ໄວ້ກ່ອນວ່າຕົນເອງຈະເຂົ້າກຳ ແລະ ເມື່ອເຖິງເວລາອອກກຳຈະມີພະສົງ 20 ອົງມາຮັບອອກກຳ ເອີ້ນວ່າ “ສວດອັບພານ” ແປວ່າ ຮັບກັບເຂົ້າພວກ ພິທີເຮັດບຸນເຂົ້າກຳ ບໍ່ຖືວ່າເປັນການລ້າງບາບ ແຕ່ເປັນການປະວາລະນາຕົນ ວ່າຈະບໍ່ກະທຳຜິດອີກ ສ່ວນກິດຂອງຊາວພຸດ ໃນບຸນເຂົ້າກຳນີ້ຄືການຫາເຂົ້າຂອງເຄື່ອງອຸບປະໂພກ-ບໍລິໂພກ ມາຖວາຍພະສົງ ເຊື່ອວ່າຈະໄດ້ບຸນຫລາຍກວ່າການເຮັດບຸນຕັກບາດທົ່ວໄປ.

ທີ່ມາ: ລາວ Temple

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...