ຊຳຊຸງ ແລະ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ສະຫລອງຄວາມສຳເລັດຂອງນັກສຶກສາຮຸ່ນທີສາມ ໃນໂຄງການ Samsung Innovation Campus

(ນະຄອນຫລວງວຽງຈັນ, ວັນທີ 12 ທັນວາ 2025) ບໍລິສັດ ລາວ ຊໍາຊຸງເອເລັກໂທຣນິກສ໌ ຈຳກັດ ຜູ້ດຽວ, ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດສໍາເລັດການສຶກສາຈົບຫຼັກສູດ ໃນໂຄງການ Samsung Innovation Campus (SIC) ຮຸ່ນທີສາມໃນປະເທດລາວ ໂດຍທີ່ມີນັກສຶກສາ 21 ຄົນທີ່ສໍາເລັດການສຶກສາໃນຫຼັກສູດ Coding, Programing & Data Science ແລະ 21 ຄົນ ທີ່ສໍາເລັດການສຶກສາໃນຫຼັກສູດ AI Developer ທີ່ໃຊ້ໄລຍະເວລາການຝຶກອົບຮົມທັງໝົດ 8 ເດືອນ ແລະ ໄດ້ຮັບໃບຢັ້ງຢືນໃນອາທິດທີ່ຜ່ານໃສ ເຊິ່ງພິທີມອບ-ຮັບໃບຢັ້ງຢືນ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2025.

ຄວາມສໍາເລັດນີ້ ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບ ລະຫວ່າງ Samsung ແລະ ຄະນະ ວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ລິເລີ່ມ ໂດຍມີບົດບັນທຶກຂໍ້ຕົກລົງ (MOA) ໃນເດືອນມີນາ 2023.

“ໂຄງການ Samsung Innovation Campus ພາຍໃຕ້ແນວຄິດ ‘Together for Tomorrow! Enabling People’ ສອດຄ່ອງກັບເປົ້າຫມາຍການຈັດຫລັກສູດການຝຶກອົບຮົມ ທີ່ທາງ ມຊ. ຊຸກຍູ້ໃຫ້ມີພາກວິຊາລະຫນຶ່ງຫລັກສູດ ເພື່ອການສ້າງຄວາມເຂັ້ມແຂງຂອງບຸກຄະລາກອນລາວ ແລະ ຖືເປັນຫນຶ່ງໃນໂຄງການທີ່ໄດ້ຮັບຜົນສຳເລັດມາແລ້ວໃນໄລຍະສາມປີທີ່ຜ່ານມາ”: ທ່ານ ເດຊານຸລາດ ແສນດວງເດດ, ອຳນວຍການໃຫຍ່ຂອງ ມະຫາວິທະຍາໄລແຫ່ງຊາດ ກ່າວ ພ້ອມສະແດງຄວາມຍີນດີກັບ Samsung ທີ່ມີສ່ວນຮ່ວມໃນການພັດທະນາສັງຄົມ ໂດຍໂຄງການນີ້ສະແດງໃຫ້ເຫັນເຖີງ ການຮ່ວມມື ແລະ ເນັ້ນເຖີງຄວາມມຸ່ງໝັ້ນຕັ້ງໃຈຂອງ Samsung ໃນການສົ່ງເສີມການສຶກສາ ແລະ ສ້າງໂອກາດໃຫ້ໄວຫນຸ່ມລາວເຕີບໃຫຍ່ໃນໂລກດີຈີຕອນທີ່ກຳລັງຂະຫຍາຍຕົວ.

ໂຄງການ SIC ເຊີ່ງເປັນສວ່ນໜື່ງຂອງໂຄງການລົງທືນເພື່ອສັັງຄົມລະດັບໂລກຂອງ Samsung ມີເປົ້າໝາຍຫຼັກສໍາຫຼັບນັກສຶກສາມະຫາວິທະຍາໄລ, ນັກສຶກສາຈົບໃໝ່ ແລະ ກຸ່ມຄົນທີ່ເຮັດວຽກກ່ຽວກັບໄອທີຮຸ່ນໃໝ່ ທີ່ຕອ້ງການພັດທະນາຄວາມຮູ້ທາງດ້ານເທັກນິກ ໃນຫຼັກສູດທີໜັກແໜ້ນ ປະສານການຮຽນຮູ້ທາງທິດສະດີ ແລະ ການປະຍຸກໃຊ້ຕົວຈີງໃນດ້ານການຂຽນໂຄດ, ການຂຽນໂປຮແກຣມຊັ້ນສູງ ແລະ ການຮຽນຮູ້ກ່ຽວກັບ Machine Learning ເພື່ອຕອບໂຈດການເປັນ AI Developer ທີ່ສາມາດປະກອບສ່ວນເຂົ້າກັບຫນ້າວຽກຂອງຫລາຍໆອຸດສາຫະກຳ.

ຫຼັກສູດພິເສດຂອງໂຄງການ SIC ເຊີ່ງພັດທະນາຮ່ວມກັບຄະນະວິທະຍາສາດທຳມະຊາດ ຂອງມະຫາວິທະຍາໄລແຫ່ງຊາດ ມີເນື້ອຫາທາງເທັກໂນໂລຊີ ທີ່ມຸ່ງເນັ້ນໄປທີ່ກຸ່ມນັກສຶກສາທີ່ໄດ້ຮັບການຄັດເລືອກ ໂດຍໂຄງການນີ້ມີວັດຖຸປະສົງເພື່ອເພີ່ມໂອກາດໃນການຈ້າງງານຂອງນັກສຶກສາ ເມື່ອສໍາເລັດການສຶກສາແລ້ວ ຜ່ານການຝືກອົບຮົມວຽກງານທີ່ສຳຄັນໃນດ້ານການຂຽນໂຄດ, ການຂຽນໂປຣແກຣມ, Data Science ແລະ AI.

#SamsungLaos#SIC_Laos_2025

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.