Monday, May 25, 2026
Kbank Laos โอน รับ จ่าย
-->

ພຽງແຕ່ 3ມື້ເທົ່ານັ້ນ: Vietjet ປ່ອຍປີ້ໂດຍສານຍົນຫຼາຍລ້ານໃບ ຫຼຸດສູງສຸດເຖິງ 100%

*ຟຣີ ນ້ຳໜັກກະເປົາ ແລະ e-SIM ສຳລັບນັກທ່ອງທ່ຽວທີ່ເດີນທາງໄປ ຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 17 ທັນວາ 2025 – Vietjet ເຊີນຊວນນັກເດີນທາງຈາກປະເທດລາວມາໃຫ້ລາງວັນແກ່ຕົນເອງດ້ວຍການເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ ໂດຍການມອບປີ້ຍົນຫຼາຍລ້ານໃບທີ່ມີສ່ວນຫຼຸດສູງສຸດເຖິງ 100% ໃນຊ່ວງເວລາຈຳກັດພຽງແຕ່ສາມມື້. ຈອງຕອນນີ້ເພື່ອລັອກລາຄາສຸດພິເສດໃນທົ່ວເຄືອຂ່າຍເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດຂອງ Vietjet ທີ່ກຳລັງຂະຫຍາຍຕົວ, ເຮັດໃຫ້ແຜນການເດີນທາງໃນປີ 2026 ມີຄວາມຄຸ້ມຄ່າທີ່ສຸດ. ດ້ວຍຖ້ຽວບິນກົງຂອງສາຍການບິນລະຫວ່າງວຽງຈັນແລະຮ່າໂນ້ຍ/ນະຄອນໂຮ່ຈີມິນ, ໂປຣໂມຊັນນີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນການຜະຈົນໄພຂອງທ່ານໃນຫວຽດນາມ ແລະ ບ່ອນອື່ນໆໄດ້ຕະຫຼອດປີໜ້າ.

ເລີ່ມຕັ້ງແຕ່ເວລາ 00:00 ຂອງວັນທີ 17 ທັນວາ ຫາ 23:00 ຂອງວັນທີ 19 ທັນວາ 2025 (UTC+7), ຜູ້ໂດຍສານທີ່ຈອງປີ້ຊັ້ນ Eco ຜ່ານທາງເວັບໄຊທ໌ www.vietjetair.com ຫຼື ແອັບມືຖື Vietjet Air ສາມາດນຳໃຊ້ລະຫັດໂປຣໂມຊັນ BIGTHANKS ເພື່ອຮັບສ່ວນຫຼຸດສູງສຸດເຖິງ 100% ຂອງລາຄາພື້ນຖານ (ບໍ່ລວມພາສີ ແລະ ຄ່າທໍານຽມ). ໂປຣໂມຊັນນີ້ໃຊ້ໄດ້ກັບທຸກເສັ້ນທາງບິນຂອງ Vietjet, ໂດຍສາມາດເລືອກເດີນທາງໄດ້ຕັ້ງແຕ່ວັນທີ 5 ມັງກອນ ຫາ 31 ທັນວາ 2026 (ໄລຍະເວລາເດີນທາງອາດແຕກຕ່າງກັນໄປຕາມແຕ່ລະເສັ້ນທາງ ແລະ ມີມື້ຍົກເວັ້ນການເດີນທາງ).

ນອກຈາກນັ້ນ, ຜູ້ໂດຍສານຊັ້ນ Eco ຍັງສາມາດເພີດເພີນກັບ ນ້ຳໜັກກະເປົາເຊັກອິນຟຣີ 20kg (ຕາມເງື່ອນໄຂທີ່ກຳນົດ) ແລະ ໄດ້ຮັບ SkyFi eSIM ຟຣີ ພ້ອມອິນເຕີເນັດຄວາມໄວສູງ 500MB ສຳລັບໃຊ້ໃນຫວຽດນາມ, ເຊິ່ງມີອາຍຸການໃຊ້ງານ 31 ມື້ນັບຈາກມື້ເດີນທາງໄປເຖິງ (ຕາມເງື່ອນໄຂທີ່ກຳນົດ). ໂປຣໂມຊັນເຫຼົ່ານີ້ແມ່ນໃຊ້ໄດ້ກັບຖ້ຽວບິນລະຫວ່າງປະເທດຂອງ Vietjet ສຳລັບການຈອງຕັ້ງແຕ່ຕອນນີ້ຈົນເຖິງວັນທີ 31 ທັນວາ 2025.

Vietjet ຍັງຄົງສືບຕໍ່ຍົກລະດັບປະສົບການການເດີນທາງດ້ວຍຝູງບິນທີ່ທັນສະໄໝ ແລະ ປະຢັດນ້ຳມັນ, ພ້ອມກັບພະນັກງານການບິນທີ່ເປັນມືອາຊີບ ແລະ ເມນູອາຫານເທິງຍົນທີ່ຫຼາກຫຼາຍ ເຊິ່ງລວມມີອາຫານຮ້ອນ, ອາຫານຫວຽດນາມຍອດນິຍົມເຊັ່ນ: ເຝີ, ເຂົ້າຈີ່ປາເຕ (Banh Mi) ແລະ ກາເຟນົມເຢັນ, ພ້ອມທັງອາຫານສາກົນ. ຜູ້ໂດຍສານຍັງສາມາດສະສົມ ແລະ ແລກຄະແນນລາງວັນຜ່ານໂຄງການລູກຄ້າສຳພັນ SkyJoy, ພ້ອມກັບການເຂົ້າເຖິງຂໍ້ສະເໜີຈາກຫຼາຍກວ່າ 250 ຍີ່ຫໍ້ໃນດ້ານການທ່ອງທ່ຽວ, ອາຫານ, ການຊື້ເຄື່ອງ ແລະ ບໍລິການດ້ານໄລຟ໌ສະໄຕລ໌.

ເນື່ອງຈາກຈຳນວນປີ້ມີຈຳກັດ ແລະ ຄວາມຕ້ອງການການເດີນທາງໃນຊ່ວງເທດສະການທີ່ກຳລັງໃກ້ເຂົ້າມາ, ພວກເຮົາຂໍແນະນຳໃຫ້ນັກເດີນທາງຈາກປະເທດລາວຟ້າວຈອງແຕ່ຫົວທີ ເພື່ອໃຊ້ປະໂຫຍດສູງສຸດຈາກຂໍ້ສະເໜີສົ່ງທ້າຍປີຂອງ Vietjet — ເພື່ອການບິນທີ່ໄກກວ່າ, ບິນເລື້ອຍໆກວ່າ ແລະ ໃນລາຄາທີ່ປະຢັດກວ່າໃນປີ 2026.

ໃຫ້ລາງວັນແກ່ຕົນເອງດ້ວຍຖ້ຽວບິນແຫ່ງການສະເຫຼີມສະຫຼອງ, ໄປກັບ Vietjet ກັນເລີຍ!

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ