ແຈ້ງເຕືອນມາຍັງຜູ້ທີ່ກຳລັງຈະເດີນທາງໄປທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຕອນນີ້ຫົນທາງຖືກຕັດຂາດ ແລະ ມີນ້ຳຖ້ວມບາງແຫ່ງ ກະລຸນາຂັບລົດກັນລະວັງແນ່ເດີ້!

​ຕາມ​ການ​ລາຍ​ງານ ຈາກນັກ​ຂ່າວ​ເມືອງວິ​ລະ​ບູ​ລີ  ​​ແຂວງ​ສະຫວັນ​ນະ​ເຂດໃຫ້​ຮູ້​ວ່າ: ນັບເປັນຮອບທີສອງຂອງສົກປີ  2017-2018 ນີ້ ທີ່ເມືອງວິລະບູລີ  ໄດ້ພົບ ກັບ ໄພພິບັດນ້ຳຖ້ວມ ໃນໄລຍະເວລາໄລ່ເລຍກັນ  ຝົນຕົກໜັກແກ່ຍາວເປັນເວລາດົນ ໄດ້ເຮັດໃຫ້ລະດັບນ້ຳເຊນ້ອຍ,  ເຊບາຍ, ເຊກອກ ແລະ ສາຍຫ້ວຍຕ່າງໆ ໄດ້ເພີ່ມ ລະດັບຂຶ້ນຢ່າງໄວວາ ນ້ຳ​ໄດ້ໄຫລລົ້ນຝັ່ງ   ເຂົ້າຖ້ວມເນື້ອທີ່ທຳການຜະລິດ  ແລະ ເຮືອນຊານຂອງພໍ່ແມ່ປະຊາ ຊົນ, ເສັ້ນທາງຫລາຍເສັ້ນຖືກນ້ຳໄຫລຜ່ານ,  ນ້ຳຖ້ວມຂັງ ແລະ ຖືກຕັດຂາດຈາກການສັນຈອນ ໂດຍສະເພາະແມ່ນ  ເສັ້ນທາງ 28A.

ປັດຈຸບັນ ໃນວັນທີ 13 ກໍລະກົດ 2018 ເຫັນວ່າ  ລະດັບນ້ຳເຊກອກ ແມ່ນເພີ່ມລະດັບຂຶ້ນໄວ ແລະ ຕໍ່ເນື່ອງ,  ​ເຊິ່ງວັດແທກໄດ້ 9 ແມັດ 90 ຊັງຕີແມັດ  ເຫັນວ່າກາຍ ຂີດອັດຕະລາຍແລ້ວ  ແລະ ລະດັບນ້ຳເຊ ຍັງຄົງເພີ່ມຂຶ້ນເລື້ອຍໆ  ໄດ້ສົ່ງຜົນເຮັດໃຫ້ນ້ຳໄຫລເຂົ້າຖ້ວມເສັ້ນທາງ 28A  ລວມມີທັງໝົດ 16 ຈຸດ  ນັບແຕ່ທາງເຂົ້ານາບໍ່ ຫາ ເມືອງວິລະບູລີ  ເຮັດໃຫ້ເສັ້ນທາງຖືກຕັດຂາດ,   ພ້ອມນີ້ ກໍເລີ່ມໄຫລເຂົ້າຖ້ວມບ້ານເຮືອນ ຂອງປະຊາຊົນໃນຫລາຍບ້ານ.

ຕໍ່​ສະພາບ​ການ​ດັ່ງກ່າວ,  ພາກສ່ວນ​ກ່ຽວຂ້ອງ​ຂອງ​ເມືອງ​ກໍ​ໄດ້​ແຈ້ງເຕືອນ  ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ,  ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກ ພາກ ສ່ວນ  ທີ່ອາໄສຢູ່ລຽບຕາມສາຍເຊນ້ອຍ,  ເຊບາຍ, ເຊກອກ ແລະ ສາຍຫວ້ຍຕ່າງໆ  ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ,  ເຊິ່ງຈະເຮັດໃຫ້ມີ ຕົ້ນ ໄມ້ ຫັກ ລົ້ມ,  ດິນເຈື່ອນ, ນ້ຳຖ້ວມຂັງ,  ນ້ຳຖ້ວມອັ່ງ ແລະ ລົມພັດແຮງ  ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ ພ້ອມສັດລ້ຽງໄປໄວ້ບ່ອນສູງ  ແລະ ປອດໄພ ພ້ອມ ນັ້ນ  ກໍຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ  ແລະ ລະດັບນ້ຳຈາກກົມອຸຕຸນິຍົມ  ແລະ ອຸທົກກະສາດ ​ເປັນ​ປະຈຳແຕ່ລະໄລຍະ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,