ຈີນຊ່ວຍເຫລືອເກືອບ 400 ລ້ານກີບ ເພື່ອຜ່າຕັດແກ່ນຕາຂຸ້ນ ໃຫ້ປະຊາຊົນລາວ

ໂຄງການມູນນິທິການແລກປ່ຽນ ໄມຕີຈິດມິດຕະພາບສາກົນປະຊາຊົນ ແຂວງ ຢູນນານ ສປ ຈີນ ໄດ້ຊ່ວຍເຫລືອຜ່າຕັດພະຍາດແກ່ນຕາຂຸ້ນ ໃຫ້ພໍ່ແມ່ປະຊາຊົນລາວ ໃນນະຄອນຫລວງວຽງຈັນ, ໂດຍບໍ່ເສຍຄ່າປິ່ນປົວ

ຈຸດປະສົງ ເພື່ອຊ່ວຍໃຫ້ຄົນເຈັບທີ່ເປັນພະຍາດແກ່ນຕາຂຸ້ນທີ່ທຸກຍາກ ໄດ້ເຂົ້າເຖິງການປິ່ນປົວ ແລະ ເຮັດໃຫ້ເຂົາເຈົ້າໄດ້ເຫັນຮຸ່ງ ແລະ ແຈ້ງກວ່າເກົ່າ ເພື່ອຊ່ວຍໃຫ້ເຂົາເຈົ້າ ໄດ້ດຳລົງຊີວິດດີຂຶ້ນ. ການຊ່ວຍເຫລືອຄັ້ງນີ້, ມີຜູ້ເຂົ້າຮ່ວມໂຄງການຈຳນວນ 100 ຄົນ ລວມມູນຄ່າການຊ່ວຍເຫລືອເກືອບ 400 ລ້ານກີບ. ໃນນີ້, ປະກອບມີ ທີມແພດຊ່ຽວຊານຕາ ຈາກ ສປ ຈີນ, ພ້ອມດ້ວຍອຸປະກອນຜ່າຕັດ ແລະ ຢາຈຳນວນ 100 ກວ່າລາຍການ.


Cr : http://kpl.gov.la/detail.aspx?id=38233

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,