ລາຍງານປະຈຳປີ 2018 ຂອງກະຊວງການຕ່າງປະເທດສະຫະລັດ ໄດ້ຈັດ ສປປ ລາວ ເຂົ້າໄວ້ໃນກຸ່ມທີ 3 ຫລື Tiers 3 ຂອງຈໍານວນທັງໝົດ 3 ກຸ່ມ ຊຶ່ງໝາຍເຖິງສະພາບການ ທີ່ຮ້າຍແຮງຂຶ້ນອີກຂັ້ນນຶ່ງ ເມື່ອທຽບໃສ່ປີທີ່ຜ່ານມາທີ່ລາວຖືກຈັດໃນກຸ່ມທີ 2 ທີ່ຍັງຢູ່ໃນບັນຊີຈະຕ້ອງຖືກຕິດຕາມສິ້ງຊອມເບິ່ງຢູ່. ດັ່ງທີ່ໄດ້ລາຍງານມາເປັນເວລາຫ້າປີທີ່ຜ່ານມາ ປະເທດລາວເປັນແຫລ່ງ ໃນສ່ວນໃດ ສ່ວນຶ່ງ ລາວກໍເປັນທາງຜ່ານ ແລະຈຸດໝາຍປາຍທາງຂອງການຄ້າແມ່ຍິງ, ເດັກນ້ອຍ ແລະຜູ້ຊາຍ ເພື່ອບໍລິການທາງເພດ ແລະອອກແຮງງານ ແບບຖືກບັງຄັບ. ບັນດາຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດລາວ ໂດຍສະເພາະຈາກເຂດພາກໃຕ້ຂອງປະເທດ ສ່ວນໃຫຍ່ມັກຈະເປັນຜູ້ຍົກຍ້າຍຖິ່ນຖານ ເພື່ອໄປຊອກຫາໂອກາດໃນການຫາເງິນຕ່າງໆ ຢູ່ຕ່າງປະເທດ ເຊິ່ງສ່ວນໃຫຍ່ແມ່ນປະເທດໄທ ແລະຫວຽດນາມ, ມາເລເຊຍ, ຈີນ, ໄຕ້ຫວັນ ແລະຍີ່ປຸ່ນ.
ປະເທດລາວໄດ້ຖືກລາຍງານວ່າ ເປັນປະເທດທາງຜ່ານແກ່ພວກແມ່ຍິງ ແລະເດັກ
ນ້ອຍ ຍິງຫວຽດນາມ ແລະຈີນຈຳນວນນຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າປະເວນີ
ແລະ ບັງຄັບອອກແຮງງານ ຢູ່ໃນບັນດາປະເທດເພື່ອນບ້ານ. ພວກແມ່ຍິງ ແລະເດັກນ້ອຍແມ່ຍິງຈີນ ຍັງຖືກນໍາໄປຄ້າທາງເພດຢູ່ພາຍໃນລາວ.
ມີລາຍງານ ທີ່ເນັ້ນໃຫ້ເຫັນເຖິງພວກນັກທ່ອງ
ທ່ຽວເພື່ອສະແຫວງຫາການຮ່ວມເພດກັບເດັກນ້ອຍ ຈາກອັງກິດ, ອອສເຕຣເລຍ ແລະສະຫະລັດທີ່ໄດ້ເດີນທາງເຂົ້າໄປລາວ ເພື່ອຈຸດປະສົງ ຂອງການທຳການຂູດ
ຮີດເດັກນ້ອຍທີ່ເປັນຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ດ້ວຍການທໍາການຄ້າ
ປະເວນີເດັກ.
ມີລາຍງານ ທີ່ເນັ້ນໃຫ້ເຫັນເຖິງພວກນັກທ່ອງ
ທ່ຽວເພື່ອສະແຫວງຫາການຮ່ວມເພດກັບເດັກນ້ອຍ ຈາກອັງກິດ, ອອສເຕຣເລຍ ແລະສະຫະລັດທີ່ໄດ້ເດີນທາງເຂົ້າໄປລາວ ເພື່ອຈຸດປະສົງ ຂອງການທຳການຂູດ
ຮີດເດັກນ້ອຍທີ່ເປັນຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ດ້ວຍການທໍາການຄ້າ
ປະເວນີເດັກ.
Cr. https://lao.voanews.com/a/human-trafficking-in…/4500843.html