ວຽກງານສ້ອມແປງທາງຫຼວງແຫ່ງຊາດ (ແບບມີກຳນົດ) ປີ 2018 ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີທັງໝົດ 130 ສັນຍາຂຶ້ນກັບ 25 ໂຄງການ ມູນຄ່າ 596.98 ຕື້ກີບ ຄວາມຍາວ 5,827 ກິໂລແມັດ ກຳນົດເວລາຈັດຕັ້ງປະຕິບັດສັນຍາ 5 ເດືອນ ຮອດທ້າຍເດືອນມິຖຸນາ...
ກະຊວງປ້ອງກັນປະເທດ ຈັດພິທີຫັດແອບການເດີນສວນສະໜາມ ຂຶ້ນມື້ວານນີ້, ທີ່ວິທະຍາກົມມະດຳ ເພື່ອກະ ກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ (20/1/1949-20/1/2018) ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ ກະຊວງປ້ອງກັນປະເທດ ບັນດາຄະນະພັກ ຄະນະບັນຊາ ພ້ອມດ້ວຍຄະນະຮັບຜິດຊອບການເດີນສ່ວນສະໜາມ 70 ປີ ກອງທັບເຂົ້າຮ່ວມ.
ສຳລັບການຫັດແອບເດີນສວນສະໜາມປະກອບມີທັງໝົດ...
ສຳນັກຂ່າວສານປະເທດລາວ ລາຍງານວ່າ: ໃນວັນທີ 14 ເມສາ 2020 ທີ່ຜ່ານມາ, ທ່ານ ຈິລະສັກ ທິບບໍາລຸງ ຮອງຜູ້ອໍານວຍການໃຫຍ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຝ່າຍບໍ່ແຮ່ ເປັນຕົວແທນຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ມອບເຄື່ອງຊ່ວຍຫາຍໃຈ (Ventilators) ຈໍານວນ 1 ເຄື່ອງ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກັບໂຮງໝໍເມືອງຫົງສາ ແຂວງໄຊຍະບູລີ ເພື່ອຮັບໃຊ້ຄົນເຈັບ 4 ເມືອງເໜືອ” ເຊັ່ນ: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ, ມູນຄ່າ 1 ລ້ານບາດ. ພິທີມອບ-ຮັບ ທີ່ ໂຮງໝໍເມືອງຫົງສາເມືອງຫົງສາ ແຂວງໄຊຍະບູລີ ໂດຍມີທ່ານ ສົມບູນ ທໍາມະລັດ ຫົວໜ້າຫ້ອງການສາທາ ລະນະສຸກ ເມືອງຫົງສາ ເປັນຜູ້ດໍາເນີນລາຍການແລະ ໃຫ້ກຽດຮັບມອບໂດຍ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງ ເມືອງຫົງສາ
ຈຸດປະສົງໃນການມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ເພື່ອໃຫ້ບຸກຄະລາກອນ ທາງການແພດ ໄດ້ໃຊ້ສໍາລັບການເບິ່ງແຍງ ຮັກສາຄົນເຈັບ ແລະ ເພື່ອເປັນການກຽມຄວາມພ້ອມ ດ້ານອຸປະກອນ ທາງການແພດ ທີ່ຈໍາເປັນຕໍ່ການຮັກສາຄົນເຈັບ ໃນຊ່ວງສະຖານະການແຜ່ລະ ບາດຂອງເຊື້ອໄວຣັສ COVOD-19 ທີ່ອາດຈະເກີດຂຶ້ນໄດ້ຢູ່ 4 ເມືອງເໝືອ.
ທິ່ມາ: ຂ່າວສານປະເທດລາວ
ເປີດແລ້ວ! ຢ່າລືມຕິດຕາມກອງປະຊຸມສະພາແຫ່ງຊາດ ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ .
ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018 ໂດຍມື້ທຳອິດ ຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ...