Monday, June 23, 2025
Kbank Laos โอน รับ จ่าย

ເອສຊີຈີ ມອບຄວາມສຸກໃຫ້ປະຊາຊົນລາວ ເຂົ້າຊົມເບິ່ງເຕະບານແບບຟຣີໆ!


ທ່ານ ວິໂຣດ ລັດຕະນະໄຊສິດທິ, ກຳມະການຜູ້ຈັດການ-ການຂາຍ ແລະຊ່ອງທາງການຈັດຈຳໜ່າຍ ເອສຊີຈີ ກ່າວວ່າ “ເອສຊີຈີ ມີຄວາມມຸ່ງໜັ້ນເປັນສ່ວນໜື່ງຂອງການພັດທະນາຂອງ ສປປລາວໃນຫຼາຍດ້ານໂດຍສະເພາະເຍົາວະຊົນ ແລະ ກິລາ ຊື່ງນອກຈາກກິດຈະກຳຫຼັກ ຄື Sharing the Dream Scholarship ທີ່ຈັດຕໍ່ເນື່ອງເປັນເວລາ 6ປີ ຍັງມີການຈັດບານເຕະລາຍການ SCG MUANGTHONG UNITED ASEAN TOUR ຂື້ນ ຊຶ່ງນັບເປັນຄັ້ງທີ 2 ໃນຄັ້ງນີ້ເຮົາຈຶ່ງຍ້າຍສະຖານທີຈັດມາຍັງສະຫນາມກິລາແຫ່ງຊາດ ຫຼັກ16 ຊຶ່ງມີຄວາມຈຸທີ່ຫຼາຍຂື້ນ ແລະ ເປີດໂອກາດໃຫ້ເຂົ້າຊົມຟີ ຜ່ານກິດຈະກຳ ເທີ່ງ Facebook ເພສ SCG ໂດຍມີການຮ່ວມສະໜຸກຊິ່ງປີ້ໄປແລ້ວກວ່າ 17.000.

ໃນວັນພຸດທີ29ສິງຫາ2018 ເອສຊິຈິ ສະປອນເຊີ້ຫຼັກຂອງສະໂມສອນບານເຕະ ເອສຊິຈິ ເມືອງທອງ ຢູໃນເຕັດ ທີ່ມບານເຕະຊັ້ນນຳໃນພູມີພາກ ຈັດບານເຕະນັດພິເສດເພື່ອມອບຄວາມສຸກເປັນຂອງຂວັນແລະກຳລັງໃຈໃຫ້ກັບຊາວ ສປປ.ລາວ ຫຼັງປະສົບເຫດປະສົບໄພ ໃນລາຍການ SCG MUANGTHONG UNITED ASEAN TOUR 2018 ລະຫວ່າງທີມຊາດລາວ ກັບ ທີມ ເອສຊິຈິ ເມືອງທອງ ຢູ່ໃນເຕັດ ນະຄອນຫຼວງວຽງຈັນ ສປປ.ລາວ ໃນວັນທີ 31 ສິງຫາ 2018 ທີ່ສະຫນາມກິລາຫຼັກ16 ເວລາ 18:30 ໂມງ ໂດຍບໍ່ມີຄ່າໃຊ້ຈ່າຍໃນການເຂົ້າຊົມ ພ້ອມມອບເງີນເພື່ອໃຊ້ຟື້ນຟູຄວາມເສຍຫາຍ ຈຳນວນ 50 ລ້ານກີບ ຊື່ງເກີດຈາກການລວບລວມຈາກນ້ຳໃຈຂອງພະນັກງານ ເອສຊີຈີ.


ທ່ານນາງ ກັນຍາ ແກ້ວມະນີ, ເລຂາທິການສະຫະພັນບານເຕະແຫ່ງຊາດ ກ່າວວ່າ “ເຮົາຂໍຂອບໃຈ, ເອສຊີຈີ ທີ່ຈັດ SCG MUANGTHONG UNITED ASEAN TOUR 2018 ໃນປະເທດລາວອີກ ຖືວ່າເປັນໂອກາດທີ່ດີ ທີ່ທັງສອງທີມຈະໄດ້ແລກປ່ຽນປະສົບການ ແລະ ພັດທະນາສະກາຍະພາບໄປພ້ອມກັນ”
ນອກຈາກນັ້ນ ໃນວັນທີ 30 ສິງຫາ ເອສຊີຈີ ຍັງຈັດກິດຈະກຳ Football clinic kick & share ໃຫ້ກັບນ້ອງໆເຍົາວະຊົນໄດ້ເຂົ້າຮ່ວມຝຶກຊ້ອມກັບນັກກິລາບານເຕະ ແລະ ຜູ້ຝຶກສອນມືອາຊີບ ຈາກສະໂມສອນບານເຕະ ເອສຊີຈີ ເມືອງທອງ ຢູໄນເຕ໊ດ ທີ່ ເອສຊີຈີ ເປັນຜູ້ສະໜັບສະໜູນຫຼັກ ລວມທັງຜູ້ຝຶກສອນຈາກທີມຊາດລາວອີກດ້ວຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.