​ລາວ ຍັງມີເລືອດສໍາຮອງຍັງບໍ່ທັນພຽງພໍ ​ຄົນ​ບໍ​ລິ​ຈາກ​ຍັງ​ໜ້ອຍ​ຢູ່

ປັດຈຸບັນ, ສປປ ລາວ ມີເລືອດສໍາຮອງຍັງບໍ່ທັນພຽງພໍຕາມຄວາມຕ້ອງການ ສະເລ່ຍມີບໍ່ທັນໄດ້ 1% ຂອງປະຊາກອນໃນຂອບເຂດທົ່ວປະເທດ.

ດຣ ແພງທອງ ບານຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ໃຫ້ຮູ້ໃນວັນທີ 23 ມີນາ ວ່າ: ປັດຈຸບັນນີ້, ໃນທົ່ວປະເທດຍັງຕ້ອງການເລືອດເປັນຈໍານວນຫຼວງຫຼາຍ (ຍົກເວັ້ນນະຄອນຫຼວງວຽງຈັນ ) ສະນັ້ນ ຕ້ອງລະດົມເລືອດໄປຊ່ວຍເຫຼືອບັນດາແຂວງທີ່ຂາດແຄນເພາະຍັງມີເລືອດສໍາຮອງບໍ່ພຽງພໍ.

ໃນປີ 2018 ທີ່ຜ່ານມາ ສູນບໍລິຈາກເລືອດແຫ່ງຊາດຕ້ອງການເລືອດສໍາຮອງທັງໝົດ 70.000 ຖົງ ເທົ່າກັບ 1% ຂອງປະຊາກອນໃນທົ່ວປະເທດ,ແຕ່ການລະດົມຕົວຈິງໄດ້ 49.000 ຖົງ ໃນນີ້ ກຼຸບເລືອດມີຢູ່ໃນຄັງສໍາຮອງ OB ມີ 38%, A ມີ 20% ສໍາລັບກຼຸບ AB ແມ່ນມີໜ້ອຍ ທັງໝົດແມ່ນຍັງບໍ່ທັນພຽງພໍຕາມຄວາມຕ້ອງການ. ເຊິ່ງໃນປີ 2020 ຈະສູ້ຊົນໃຫ້ໄດ້ 60.000 ຖົງ. 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...