Articles by

Soukanya InsideLaos

“ຊົນເຜົ່າກະຕູ” ເອກະລັກທາງວັດທະນະທຳທີ່ບໍ່ຄືໃຜ

"ຊົນເຜົ່າກະຕູ" ເປັນຊົນເຜົ່າທີ່ຍ້າຍມາຈາກພາສກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ໂດຍມາວອາໄສຢູ່ລາວຍເປັນເວລາຫຼາຍປີແລ້ວ, ປັດຈຸບັນ ໄດ້ຕັ້ງຖິ່ນຖານຢູ່ແຂວງເຊກອງ, ສາລະວັນ ແລະ ຈຳປາສັກ.

ສະເຫຼີມສະຫຼອງວັນຊາດຫວຽດນາມໄປກັບຂໍ້ສະເໜີພິເສດສຳລັບທຸກຖ້ຽວບິນຂອງສາຍການບິນ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2025) – ສາຍການບິນ Vietjet ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫຼວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ - ນະຄອນໂຮ່ຈີມິນ ທີ່ເປີດໃໝ່ ເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 80 ປີ ຂອງວັນຊາດຫວຽດນາມ. ໃນຂະນະທີ່ການສະເຫຼີມສະຫຼອງຈະຈັດຂຶ້ນ ໃນວັນທີ 2 ກັນຍາ, ແຕ່ລາຄາພິເສດນີ້ແມ່ນໃຊ້ໄດ້ສຳລັບການເດີນທາງໃນເດືອນຕໍ່ໆໄປ, ເຊິ່ງເປັນໂອກາດດີທີ່ໃຫ້ນັກທ່ອງທ່ຽວໄດ້ວາງແຜນການຜະຈົນໄພໃນຫວຽດນາມຂອງພວກເຂົາ.

ປະຫວັດຄວາມເປັນມາຂອງ “ຊົນເຜົ່າລາຫູ”

ຊົນເຜົ່າລາຫູ ມີຖິ່ນຖານພູມລຳເນົາເດີມຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະ ໄດ້ອົບພະຍົບລົງມາທາງໃຕ້, ປັດຈຸບັນຊົນເຜົ່າລາຫູ ດຳລົງຊີວິດ ແລະ ຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ ນອກຈາກນີ້ແລ້ວ ຊົນເຜົ່າລາຫູ ຍັງມີຢູ່ພາກໃຕ້ຂອງຈີນ, ມຽນມາ, ຫວຽດນາມ ແລະ...

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

ຄວາມອົດທົນມີ ຜົນດີ ຫຼື ຜົນເສຍ?

ເຈົ້າເຄີຍຕັ້ງຄຳຖາມກັບໂຕເອງບໍວ່າ ຄວາມອົດທັນມີຜົນດີແທ້ບໍ? ບາງທີ່ຄົນເຮົາກໍມັກເປັນແບບນີ້ ຫຼັງຈາກທີ່ເຮັດຫຍັງບໍ່ສຳເລັດ ຫຼື ມີສິ່ງບໍ່ຖືກໃຈກໍມັກຈະໂມໂຫຮ້າຍ ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່ ເພາະຂາດຄວາມອົດທົນ ແຕ່ຖ້າເຮົາມີຄວາມອົດທົນແລ້ວຈະເຮັດໃຫ້ເລື່ອງໃຫຍ່ກາຍເປັນເປັນເລື່ອງນ້ອຍໄດ້ ແຕ່ຖ້າອົດທົນຫຼາຍເກີນໄປກັບບາງເລື່ອງທີ່ບໍ່ໃຫ້ຜົນດີກໍອາດຈະເມື່ອຍລ້າໄດ້.

ພະຍາດທີ່ມັກເກີດໃນຍາມຝົນ (ນໍ້າຖ້ວມ)

ໃນຊ່ວງທີ່ມີຝົນຕົກໜັກຕໍ່ເນື່ອງແບບນີ້ ຈົນເຮັດໃຫ້ຫຼາຍພື້ນທີ່ເກີດນໍ້າຖ້ວມ ນອກນັ້ນ ຍັງມີນໍ້າຂັງຕາມຄອງ, ບຶງ ຕ່າງໆ ເຊິ່ງເປັນແຫຼ່ງສະສົມຂອງເຊື້ອພະຍາດໄດ້ດີ. ດັ່ງນັ້ນ, ເພື່ອປ້ອງກັນການຕິດເຊື້ອ ເຮົາມາຮູ້ຈັກພະຍາດຊະນິດຕ່າງໆ ທີ່ອາດມາກັບນໍ້າ ນຳກັນ:

ວັດໄຕໃຫຍ່ສີສະຫວ່າງ ອີກໜຶ່ງວັດເກົ່າແກ່ໃນ ນະຄອນຫຼວງວຽງຈັນ

ວັດໄຕໃຫຍ່ ສີສະຫວ່າງ ທີ່ຕັ້ງຢູ່ບ້ານ ວັດໄຕໃຫຍ່, ເມືອງ​ ສີໂຄດຕະບອງ​, ນະຄອນຫຼວງວຽງຈັນ​ ເປັນອີກໜຶ່ງວັດທີ່ເກົ່າແກ່ ໃນນະຄອນຫຼວງ ວຽງຈັນ ທີ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ໂດຍສະເພາະແມ່ນ ພຣະທາດໄຕໃຫ່ຍ ສີສະຫວ່າງວົງ.​