Articles by

Soukanya InsideLaos

ເຈົ້າເປັນນັກທ່ອງທ່ຽວສາຍໃດ? ໄປແລ້ວມ່ວນສຸດບໍ່ເສຍດາຍເງິນ

ການທີ່ຈະໄປທ່ຽວແບບໄດ້ອັດທະລົດຄວາມມ່ວນຊື່ນ ແລະ ອີ່ມອົກອີ່ມໃຈ ໄປແລ້ວບໍ່ຄິດເສຍດາຍເງິນທີ່ເສຍໄປນັ້ນ ເຮົາຕ້ອງມາສັງເກດຕົນເອງໃຫ້ດີ ແລະ ວາງແຜນທ່ຽວກ່ອນວ່າ ເຮົາ, ຄູ່ຮັກ ຫຼື ໝູ່ເພື່ອນນັ້ນແມ່ນມັກທ່ຽວສາຍໃດກັນແທ້?

ສາຍການບິນ Vietjet ສຳເລັດການກໍ່ສ້າງໂຄງສ້າງຫຼັກຂອງອາຄານເຮືອບິນມາດຕະຖານສາກົນ ແລະ ຖ້ຽວບິນເປີດໂຕຄັ້ງທຳອິດ ສູ່ສະໜາມບິນທີ່ໃຫຍ່ທີ່ສຸດຂອງຫວຽດນາມ

ນະຄອນຫຼວງວຽງວຽງຈັນ, ວັນທີ 23 ທັນວາ 2025 – ສາຍການບິນ Vietjet ໄດ້ສ້າງສອງຂີດໝາຍອັນສຳຄັນຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ເຊິ່ງເປັນປະຕູສູ່ໂລກທີ່ໃຫຍ່ທີ່ສຸດຂອງຫວຽດນາມ ເມື່ອສຳເລັດການກໍ່ສ້າງຢ່າງສົມບູນ. ໂດຍໄດ້ຈັດພິທີປິດຍອດ (topping-out) ອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ພ້ອມທັງເປີດຖ້ຽວບິນປະຖົມມະລຶກສູ່ສະໜາມບິນແຫ່ງນີ້.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່:

ພຽງແຕ່ 3ມື້ເທົ່ານັ້ນ: Vietjet ປ່ອຍປີ້ໂດຍສານຍົນຫຼາຍລ້ານໃບ ຫຼຸດສູງສຸດເຖິງ 100%

ນະຄອນຫຼວງວຽງຈັນ, ວັນທີ 17 ທັນວາ 2025 – Vietjet ເຊີນຊວນນັກເດີນທາງຈາກປະເທດລາວມາໃຫ້ລາງວັນແກ່ຕົນເອງດ້ວຍການເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ ໂດຍການມອບປີ້ຍົນຫຼາຍລ້ານໃບທີ່ມີສ່ວນຫຼຸດສູງສຸດເຖິງ 100% ໃນຊ່ວງເວລາຈຳກັດພຽງແຕ່ສາມມື້.

ຊຳຊຸງ ແລະ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ສະຫລອງຄວາມສຳເລັດຂອງນັກສຶກສາຮຸ່ນທີສາມ ໃນໂຄງການ Samsung Innovation Campus

(ນະຄອນຫລວງວຽງຈັນ, ວັນທີ 12 ທັນວາ 2025) ບໍລິສັດ ລາວ ຊໍາຊຸງເອເລັກໂທຣນິກສ໌ ຈຳກັດ ຜູ້ດຽວ, ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດສໍາເລັດການສຶກສາຈົບຫຼັກສູດ ໃນໂຄງການ Samsung Innovation Campus (SIC) ຮຸ່ນທີສາມໃນປະເທດລາວ ໂດຍທີ່ມີນັກສຶກສາ 21 ຄົນທີ່ສໍາເລັດການສຶກສາໃນຫຼັກສູດ Coding, Programing & Data Science ແລະ 21 ຄົນ ທີ່ສໍາເລັດການສຶກສາໃນຫຼັກສູດ AI Developer ທີ່ໃຊ້ໄລຍະເວລາການຝຶກອົບຮົມທັງໝົດ 8 ເດືອນ ແລະ ໄດ້ຮັບໃບຢັ້ງຢືນໃນອາທິດທີ່ຜ່ານໃສ ເຊິ່ງພິທີມອບ-ຮັບໃບຢັ້ງຢືນ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2025.

“ວັດປ່າໂພນເພົາ” ອີກໜຶ່ງວັດເກົ່າແກ່ໃນ ນະຄອນຫຼວງພະບາງ

"ວັດປ່າໂພນເພົາ" ເປັນວັດນ້ອຍໆ ເກົ່າແກ່ອີກວັດໜຶ່ງ ໃນນະຄອນຫຼວງພະບາງ ທີ່ສ້າງຂຶ້ນໂດຍ ພຣະອາຈານສາຍສະໝຸດ ມີສາດສະໜາສະຖານສ່ວນໃຫຍ່ຢູ່ບໍລິເວນເນີນພູ.

Vietjet ປະກາດໂປຣໂມຊັນໃຫຍ່ 12.12 ຫຼຸດຄ່າບິນ 100% ສໍາລັບການຜະຈົນໄພໃນປີ 2026

(ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2025) – ເນື່ອງໃນໂອກາດສະຫຼອງ “Double Day” ຄັ້ງສຸດທ້າຍຂອງປີ 2025, ສາຍການບິນ Vietjet ໄດ້ຈັດໂປຣໂມຊັນຫຼຸດລາຄາສູງເຖິງ 100% ສໍາລັບປີ້ຍົນໃນວັນທີ 12 ທັນວາ, ເຊິ່ງເປັນການເປີດປະຕູໃຫ້ແກ່ນັກເດີນທາງຈາກລາວໄປສູ່ປະເທດຫວຽດນາມ ແລະ ທະວີບອາຊີ ດ້ວຍຄຸນຄ່າທີ່ພິເສດຕະຫຼອດປີ 2026. ດ້ວຍຖ້ຽວບິນຕົງຂອງສາຍການບິນຈາກນະຄອນຫຼວງວຽງຈັນ ໄປຍັງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ໂປຣໂມຊັນນີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນການເດີນທາງຂອງທ່ານໃນຫວຽດນາມ ແລະ ຕ່າງປະເທດໄດ້ຕະຫຼອດໃນປີໜ້າ.

Vietjet ສ້າງສະຖິຕິໃໝ່ດ້ວຍການຮັບເຮືອບິນ 22 ລຳ ພາຍໃນເດືອນດຽວ, ເພື່ອຄວາມພ້ອມໃນລະດູການເດີນທາງທີ່ມີຄວາມຕ້ອງການສູງ

ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2025 –  ສາຍການບິນ Vietjet ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແນ່ວແນ່ຂອງ Vietjet ໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ບ່ອນທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.