Articles by

xaysana InsideLaos

Microsoft ບອກເຄັດລັບ! ວິທີປັບແຕ່ງ Windows 11 ໃຫ້ຫຼິ້ນເກມໄດ້ແບບບໍ່ຄ້າງ

ຖືວ່າມີບັນຫາກັນມາຍໍ່ຢຸດ ຕັ້ງແຕ່ທີ່ເປີດໂຕ Windows 11 ມາ ເຊິ່ງນີ້ກໍເປັນອີກບັນຫາໜຶ່ງທີ່ມີຄົນພົບເຫັນຄື ປະສິດທິພາບໃນການຫຼິ້ນເກມຫຼຸດລົງ ເມື່ອທຽບກັບ Windows 10 ແລະ ຫຼ້າສຸດ ທາງ Microsoft ໄດ້ບອກວິທີປັບແຕ່ງ Windows 11 ໃຫ້ຫຼິ້ນເກມໄດ້ມີປະສິດທິພາບຫຼາຍຂຶ້ນ ດ້ວຍການປິດ HVCI ແລະ VMP.

ສັນຍານອາກາດໜາວ! ອຸຕຸແຈ້ງ ທຸກພາກໃນປະເທດລາວ ອຸນຫະພູມເລີ່ມຫຼຸດລົງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ແພ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດ ຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ເຂດພູພຽງ ບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ລັດຖະມົນຕີ ກະຊວງສຶກສາ! ຢາກໃຫ້ຄູອາຈານພັດທະນາ 3 ຢ່າງ ເພື່ອໃຫ້ກ້າວທັນການປ່ຽນແປງ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງສານອວຍພອນ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 28 ປີ (07 ຕຸລາ 1994-07 ຕຸລາ 2022) ພ້ອມໄດ້ໃຫ້ອາຈານທຸກຄົນພັດທະນາ 3 ຢ່າງເພື່ອການສຶກສາທີ່ປ່ຽນແປງຄື: ຕ້ອງຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ ແລະ ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ແລະ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ.

ອຸຕຸແຈ້ງ! ອາກາດຈະເລີ່ມເຢັນຢູ່ທົ່ວໄປໃນຕອນເຊົ້າ.

ກົມອຸຕຸນິຍົມ ໄດ້ໃຫ້ຮູ້ວ່າ ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຈະແຜ່ລົງມາປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກພັດ ປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ນັກພັດທະນາດີເດັ່ນ! ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດ ຄົນທໍາອິດຂອງປະເທດ

ຊົມເຊີຍ! ນັກທຸລະກິດ ຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວ ຊຶ່ງເປັນນາມມະຍົດສູງສຸດ ທັງເປັນຫຼຽນປະຫວັດສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ເຊິ່ງລາວແມ່ນເຈົ້າຂອງໂຮງງານນໍ້າດື່ມ ແລະ ນ້ຳກ້ອນໂລມາຄໍາ ແຂວງສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ 2 ໂຄງການ.

ສະພາບອາກາດຍັງຮ້ອນ! ໃນນະຄອນຫຼວງວຽງຈັນ ມີອຸນຫະພູມຢູ່ລະຫວ່າງ 25-34 ອົງສາ

ກົມອຸຕຸ​ນິຍົມ​ ແລະ ​ອຸທົກກະສາດ​ ລາຍງານວ່າ: ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ກຽມເຊຍລາວອີກຄັ້ງ! U17 ລາວ ກຽມລົງສະໜາມນັດທຳອິດ ພົບທີມຊາດອີຣານ

ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ (AFC U17 Asian Cup 2023 Qualifiers) ສປປ ລາວ ຈະໄດ້ລົງແຂ່ງຮອບທຳອິດໃນຮອບຄັດເລືອກ ກຸ່ມໄອ ວັນທີ 5 ຕຸລາ 2022 ເວລາ 16:00 ໂມງ ທີ່ສະໜາມ Dolon Omurzakov Stadium, Bishkek ສາມາດເຂົ້າໄປຮ່ວມເຊຍໃຫ້ກຳລັງໃຈໃນການຖ່າຍທອດສົດໄດ້ ເຊິ່ງທີມຊາດລາວ ໃສ່ຊຸດສີແດງ ແລະ ອີຣານ ຈະໃສ່ຊຸດ ສີຂາວ.

ກາເຟລາວ ອາດມີລາຄາສູງທຽບເທົ່າກາເຟສາກົນ

ງານບຸນກາເຟບ້ານເຮົາ ທີ່ຈັດຂຶ້ນຢູ່ທີ່ພາກຊັນ ວຽງຈັນຊັນເຕີ້ ນະຄອນຫຼວງວຽງຈັນ ເປັນງານທີ່ຈັດຂຶ້ນເພື່ອສົ່ງເສີມການເຕີບໂຕຂອງກາເຟລາວແບບມີສ່ວນຮ່ວມ ໂດຍຜ່ານການເຊື່ອມໂຍງເສດຖະກິດພາກພື້ນ, ການປັບປຸງຂໍ້ ມູນການຄ້າ ແລະ ເພີ່ມທະວີການເຂົ້າຮ່ວມໃນລະບົບຕ່ອງໂສ້ສາກົນ.