Saturday, January 25, 2025

ນັກພັດທະນາດີເດັ່ນ! ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດ ຄົນທໍາອິດຂອງປະເທດ

ຊົມເຊີຍ! ນັກທຸລະກິດ ຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວ ຊຶ່ງເປັນນາມມະຍົດສູງສຸດ ທັງເປັນຫຼຽນປະຫວັດສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ເຊິ່ງລາວແມ່ນເຈົ້າຂອງໂຮງງານນໍ້າດື່ມ ແລະ ນ້ຳກ້ອນໂລມາຄໍາ ແຂວງສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ 2 ໂຄງການ.

ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ຮູ້ວ່າ ການສະສົມຜົນງງານຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນທຸລະກິດຂອງຕົນເອງ ຈາກທຸລະກິດນ້ອຍໆ ກໍຄ່ອຍໆຂະຫຍາຍຕົວຂຶ້ນມາ ຈາກຜົນງານພາຍໃນຄອບຄົວ ກໍຂະຫຍາຍສູ່ສັງຄົມ, ສາມາດປະກອບສ່ວນເຂົ້າໃນນະໂຍບາຍຂອງພັກ-ລັດວາງອອກ, ເຮັດຕາມເງື່ອນໄຂ ແລະ ທ່າແຮງທີ່ຕົນມີໃນແຕ່ລະໄລຍະ.

ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນທີ່ທຸກຍາກໃນ 2 ໂຄງການປະກອບມິ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍ ເມືອງຈໍາພອນ ແລະ ໂຄງການຮ່ວມໃຈສາຍໄຍໂລມາຄຳ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ, ຈັດຫາແຫລ່ງນໍ້າດື່ມ-ນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຢົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງປະກອບສ່ວນເຮັດໃຫ້ ປະຊາຊົນບ້ານເປົ້າໝາຍ ມີຊີວິດການເປັນຢູ່ດີຂຶ້ນ.

ໃນໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປົ້າໝາຍຂອງໂຄງການກໍເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍທີ່ເລື່ອນລອຍ (ຂໍທານ) ເປັນອາຊີບຫາກິນໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ.

ສໍາລັບໂຄງການທີສອງແມ່ນ ຮ່ວມໃຈສາຍໄຍໂລມາຄໍາ ເປັນໂຄງການມີສ່ວນຮ່ວມລະຫວ່າງ ນັກທຸລະກິດ, ພາກລັດ ແລະ ພາກປະຊາຊົນ ເພື່ອໃຫ້ການຊ່ວຍເຫຼືອ ປະຊາຊົນ 2 ບ້ານ ໂດຍອີງໃສ່ພື້ນຖານ,ທ່າແຮງທີ່ປະຊາຊົນມີຢູ່ ເປົ້າໝາຍແນໃສ່ການສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນເພື່ອຈັດຫາແຫຼ່ງນໍ້າດື່ມ, ນໍ້າໃຊ້, ປະກອບມີ 138 ຄອບຄົວ ເພື່ອຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວໃຫ້ກັບປະຊາຊົນໄດ້ມີແຫຼ່ງອາຫານແຫຼ່ງລາຍຮັບ ເພື່ອກຸ້ມຢູ່ກຸ້ມກິນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແບບຍືນຍົງ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ