ກາເຟລາວ ອາດມີລາຄາສູງທຽບເທົ່າກາເຟສາກົນ

ງານບຸນກາເຟບ້ານເຮົາ ທີ່ຈັດຂຶ້ນຢູ່ທີ່ ວຽງຈັນຊັນເຕີ້ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 29 ກັນຍາ – 2 ຕຸລາ 2022 ເປັນງານທີ່ຈັດຂຶ້ນເພື່ອສົ່ງເສີມການເຕີບໂຕຂອງກາເຟລາວແບບມີສ່ວນຮ່ວມ ໂດຍຜ່ານການເຊື່ອມໂຍງເສດຖະກິດພາກພື້ນ, ການປັບປຸງຂໍ້ ມູນການຄ້າ ແລະ ເພີ່ມທະວີການເຂົ້າຮ່ວມໃນລະບົບຕ່ອງໂສ້ສາກົນ.

ບັນຍາກາດພາຍໃນງານ, ຈະມີຄວາມຄຶກຄື້ນ ເຕັມໄປດ້ວຍຜູ້ຄົນທັງຜູ້ທີ່ເຂົ້າຮ່ວມເປັນຄົນລາວ ແລະ ຄົນຕ່າງປະເທດ ພ້ອມນັ້ນຍັງຜະລິດຕະພັນກາເຟທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ລອງຊິມໃນແຕ່ລະຮ້ານອີກດ້ວຍ.

ກາເຟທີ່ນໍາມາວາງສະແດງໃນງານບຸນໃນຄັ້ງນີ້ ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານຜະລິດຕະພັນ, ລົດຊາດທີ່ແຕກຕ່າງ, ກາເຟຊະນິດຕ່າງໆ ເຊິ່ງປະກອບໄປດ້ວຍບັນດາຮ້ານຕ່າງໆເຊັ່ນ: ກາເຟທີ່ມາຈາກປ່າ (Slow Coffee), ເລີຄຣອງແປ, The Be Cafe, ຢູ່ນີ້ Coffee, Bluffkoff, ກາເຟສີໜຸກ, ກາເຟພູເຂົາລາວ Lao Mountain Coffee, ກາເຟພູດອຍ ດາກຈຶງ, ເຊັນທິນີວ, Re Flex, Coffee Fix, ກາເຟຄໍານໍ້າແບ່ງ NCG Coffee, Vanmai Coffee ແລະ ອື່ນໆ.

ສຳລັບເລື່ອງຂອງລາຄາກາເຟ ແມ່ນຈະຂຶ້ນກັບລາຄາຕະຫຼາດໂລກ ເຊິ່ງຈາກການສອບຖາມຜູ້ປະກອບການຮ້ານສ່ວນໃຫຍ່ເພິ່ນໄດ້ເອົາລາຄາໂຕນັ້ນເປັນລາຄາມາດຕະຖານ ແຕ່ກໍຈະມີບາງຜະລິດຕະພັນທີມີລາຄາສູງຫຼາຍ ໂດຍສະເພາະກາເຟທີ່ມາຈາກເມືອງປາກຊ່ອງ ເຊິ່ງເປັນກາເຟທີ່ປູກຢູ່ພື້ນທີ່ຂອງພູພຽງບໍລະເວນ ການປູກໃນພື້ນທີ່ທີ່ແຕກຕ່າງກັນ ກໍຈະເຮັດໃຫ້ລົດຊາດອອກມາແຕກຕ່າງກັນ ດ້ວຍເຫດນັ້ນກາເຟທີ່ມາຈາກປາກຊ່ອງເລີຍມີລາຄາສູູງ.

ຜູ້ປະກອບການຂອງຮ້ານ NCG Coffee ຍັງໄດ້ໃຫ້ຮູ້ອີກວ່າ ກາເຟອາລາບິກາ ຈາກປາກຊ່ອງ ປະຈຸບັນລາຄາກາເຟດິບແມ່ນຈະຢູ່ທີ່ປະມານ 135.000 ກີບຕໍ່ກິໂລ ເຊິ່ງຖ້າຜ່ານການແປຮູບລາຄາກໍຈະເພີ່ມຂຶ້ນສູງໄປອີກ ແລະ ຖ້າກໍລະນີທີ່ຜະລິດຕະພັນຂອງຕ່າງປະເທດ ໄດ້ເປີດໂຕຢູ່ລາວ ຄາດວ່າລາຄາກາເຟຂອງລາວອາດຈະມີລາຄາສູງຂຶ້ນ ເຊິ່ງມັນຈະກາຍເປັນການສ້າງມູນຄ່າເພີ່ມໃຫ້ກັບກາເຟລາວເຮົາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...