ກຽມເຊຍລາວອີກຄັ້ງ! U17 ລາວ ກຽມລົງສະໜາມນັດທຳອິດ ພົບທີມຊາດອີຣານ

ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ (AFC U17 Asian Cup 2023 Qualifiers) ສປປ ລາວ ຈະໄດ້ລົງແຂ່ງຮອບທຳອິດໃນຮອບຄັດເລືອກ ກຸ່ມໄອ ວັນທີ 5 ຕຸລາ 2022 ເວລາ 16:00 ໂມງ ທີ່ສະໜາມ Dolon Omurzakov Stadium, Bishkek ສາມາດເຂົ້າໄປຮ່ວມເຊຍໃຫ້ກຳລັງໃຈໃນການຖ່າຍທອດສົດໄດ້ ເຊິ່ງທີມຊາດລາວ ໃສ່ຊຸດສີແດງ ແລະ ອີຣານ ຈະໃສ່ຊຸດ ສີຂາວ.

ທາງຄະນະຄູຝຶກທີມຊາດລາວ ຍັງໄດ້ໃຫ້ຮູ້ວ່າ: ທີມຊາດລາວ U17 ໄດ້ມີການຝຶກຊ້ອມຢ່າງໜັກເປັນໄລຍະເວລາໜຶ່ງເດືອນ ເພື່ອກຽມຄວາມພ້ອມຂອງທີມເຂົ້າຮ່ວມລາຍການນີ້ ແລະ ມາຮອດປະຈຸບັນສະພາບຂອງທີມຊາດລາວແມ່ນມີຄວາມພ້ອມເຕັມທີ່ແລ້ວທີ່ຈະພົບກັບທີມຊາດອີຣານໃນນັດທໍາອິດ, ຊຶ່ງເປັນທີມທີ່ແຂງແກ່ນ ແລະ ເປັນງານໜັກສໍາລັບພວກເຮົາ, ແຕ່ພວກເຮົາຈະສູ້ເຕັມທີ່ສຸດກໍາລັງ,ເຮັດໃຫ້ດີທີ່ສຸດເພື່ອຊາດລາວ,ຂໍຝາກເຖິງແຟນບານຊ່ວຍເຊຍແລະເປັນກໍາລັງໃຈໃຫ້ກັບທີມຊາດລາວດ້ວຍ.

ສຳລັບກຸ່ມ I ທີ່ ສປປ ລາວຢູ່ນັ້ນ ປະກອບມີ ISLAMIC REPUBLIC OF IRAN, HONG KONG, KYRGYZ REPUBLIC, LAOS ເຊິ່ງມີຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ໃນນັດຕໍ່ໄປມີດັ່ງນີ້: ວັນທີ 7 ຕຸລາ 2022 ເວລາ 16:00 ລາວ ພົບ ຮົງກົງ ແລະ ວັນທີ 9 ຕຸລາ 2022 ເວລາ 20:30 ກຽກກີດສະຖານ ພົບ ລາວ.

ຕ້ອງມາລຸ້ນກັນວາ ທີມຊາດລາວ U17 ຈະສ້າງຜົນງານ ເຂົ້າຮອບໄດ້ຫຼືບໍ່ ຕ້ອງໄປຮ່ວມເຊຍ ແລະ ໃຫ້ກຳລັງໃຈນໍາກັນຕື່ມ ທີ່ລິ້ງຖ່າຍທອດສົດດ້ານລຸ່ມນີ້.

ລິ້ງຖ່າຍທອດສົດ: Kyrgyz Sport TV

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...