Articles by

xaysana InsideLaos

ກອງປະກວດ ສາວປະເພດສອງ ໄດ້ປະກາດຢຸດກິດຈະກຳທັງໝົດແລ້ວ

ກອງປະກວດ Miss Fabulous Laos ໄດ້ໃຫ້ຮູ້ວ່າ: ໂຄງການປະກວດ Miss Fabulous Laos 2022 ທີ່ເປີດໂອກາດໃຫ້ສາວງາມຂ້າມເພດ (ສາວປະເພດສອງ) ສາມາດຮ່ວມປະກວດໄດ້ກັບແມ່ຍິງແທ້ໂດຍກຳເນີດ ແມ່ນຕ້ອງໄດ້ຖືກຢຸດຕິການເຄື່ອນໄຫວ ແລະ ໂຈະກິດຈະກຳທັງໝົດລົງ.

ເຊັນ MOU ສົ່ງເສີມການຈັດຫາວຽກເຮັດງານທຳໃນຕະຫຼາດແຮງງານ

ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19.

ອຸຕຸແຈ້ງ! 16 ກັນຍາ ຝົນຈະຕົກຢູ່ທົ່ວທຸກພາກຂອງລາວ

ບໍລິເວນຄວາມກົດດັນອາກາດຕໍ່າ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ

ລ້ຽງເປັດລ້ຽງໄກ່ ກໍສາມາດສ້າງລາຍໄດ້ 100 ລ້ານກີບຕໍ່ປີ

ຄອບຄົວຂອງ ທ່ານ ວຽງແກ້ວ ພັນວິໄລ ແລະ ທ່ານ ຍອດແສງ ແຍນຄຳ ຢູ່ບ້ານພານ ເມືອງ ຍອດອູ ແຂວງຜົ້ງສາລີ ເປັນຄອບຄົວທີ່ຫັນມາເອົາດີກັບການລ້ຽງເປັດ ແລະ ໄກ່ພັນໄຂ່ ຍ້ອນເຫັນວ່າລາຍໄດ້ດີພໍສົມຄວນ ພຽງແຕ່ຮຽນຮູ້ເຕັກນິກເພີ່ມ ເຮັດຢ່າງມີແບບແຜນກໍ່ສາມາດເຫັນເງິນເປັນ 100 ລ້ານໄດ້.

ເຈົ້າໜ້າທີ່ ຢຶດເງິນສົດ! ຈໍານວນ 3,6 ລ້ານບາດທີ່ນຳເຂົ້າ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນຂົວມິດຕະພາບ I ກວດພົບເຫັນພ້ອມຢຶດເງິນສົດຈໍານວນ 3,6 ລ້ານບາດ (ສະກຸນເງິນປະເທດໄທ) ທີ່ນຳເຂົ້າ ສປປ ລາວ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ ໃນຂະນະທີ່ປະຕິບັດໜ້າທີ່ຢູ່.

ຄວນລະວັງ! ຜົນເສຍຂອງກະທ່ອມ ມີຫຼາຍກວ່າທີ່ທ່ານຄິດ

ໃບສົດ ຫຼື ກະທ່ອມ ເປັນພືດເສບຕິດຊະນິດໜຶ່ງເຊິ່ງກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ການເສບສິ່ງເສບຕິດເເບບນິມີຢູ່ 2 ວິທີຄື : ການຫຍໍ້າໃບສົດ ເເລະ ການນຳໃບໄປຕົ້ມເພື່ອສະກັດເອົານໍ້າດື່ມເຂົ້າສູ່ຮ່າງກາຍ ສານເສບຕິດຫລັກໆທີ່ພົບໄດ້ຈາກກະທ້ອມເເມ່ນ ໄມທຣາໃຈນິນ (Mitragynine) ເປັນສານຈຳພວກອັກຄາລອຍທີ່ກົດປະສາດສ່ວນກາງ (CNS depressant ) ເຊັ່ນດຽວກັບຢາເສບຕິດຈຳພວກ ( Psilocybin LSD ) ເເລະ ຈຳພວກຢາບ້າ (WY) ຜົນເສຍໄລຍະຍາວຄືກະທ້ອມ ເຮັດໃຫ້ຄົນທີ່ໃຊ້ໄປດົນນານເກີດອາການຕິດ ເບື່ອອາຫານ ບໍ່ຢາກດື່ມນໍ້າລ້າ ເຮັດໃຫ້ຕື່ນໂຕໄວ ເເຕ່ຖ້າຫາກຢຸດໃຊ້ກະທັນຫັນຈະເຮັດໃຫ້ ໃຈຮ້າຍ ຫງຸດງິດ ນອນບໍ່ຫລັບ ສະມາທິສັ້ນ ເເລະ ອື່ນໆ.

ລາວບໍ່ໄດ້ເຂົ້າຮອບ! AFCU20 ເຖິງຈະໜ້າເສຍດາຍ ແຕ່ກໍເປັນປະສົບການ

ໃນການການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມຊີ (AFC U20 ASIAN CUP 2023, Qualifiers Group C) ສປປ ລາວ ບໍ່ໄດ້ໄປຕໍ່ ເນື່ອງຈາກເສຍໃຫ້ກັບທີມຊາດອື່ນ ເລີຍເຮັດໃຫ້ຄະແນນບໍ່ພໍທີ່ຈະຕິດທ໋ອບຂອງກຸ່ມ.

ກຽມປັບປຸງ! ສະໜາມບິນສາກົນ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ

ພິທີສຶກສາຄວາມເປັນໄປໄດ້ ໂຄງການປັບປຸງພັດທະນາ ການຄຸ້ມຄອງສະໜາມບິນສາກົນ ໂດຍການລົງນາມເຊັນສັນຍາ ລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຮ່ວມລົງນາມໃນຄັ້ງນີ້ ລະຫວ່າງ ທ່ານ ໄພບູນ ພົງສະຫວັນ ຮອງປະທານຄະນະກຳມະການຂາຮຸ້ນ ກຸ່ມບໍລິສັດພົງສະຫວັນ ຈຳກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຕາງໜ້າໂດຍ ທ່ານ ເຈສັນ ຊິມສັນ(Mr. Jason Simpson) ຜູ້ອໍານວຍການໃຫຍ່ ປະຈໍາຫ້ອງການປະເທດມຽນມາ, ປະເທດລາວ ແລະ ປະເທດໄທ ຂອງ ບໍລິສັດ ອາຣຸບ ສິງກະໂປ ຈຳກັດ.