ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນການການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມຊີ (AFC U20 ASIAN CUP 2023, Qualifiers Group C) ສປປ ລາວ ບໍ່ໄດ້ໄປຕໍ່ ເນື່ອງຈາກເສຍໃຫ້ກັບທີມຊາດອື່ນ ເລີຍເຮັດໃຫ້ຄະແນນບໍ່ພໍທີ່ຈະຕິດທ໋ອບຂອງກຸ່ມ.

ສປປ ລາວ ແຂ່ງຂັນຮອບທຳອິດ ພົບ ກັນ ທີມຊາດກວມ ຊະນະໄປ 3 ຕໍ່ 0, ຮອບຕໍ່ມາເປັນການແຂ່ງຂັນກັບ ທີມຊາດຍີ່ປຸ່ນ ສປປ ລາວ ເສຍໃຫ້ 4 ຕໍ່ 0 ເຖິງຢ່າງນັ້ນກໍຍັງມີໂອກາດທີ່ຈະພິກເກມໃນຮອບທີ່ 3 ແຂ່ງກັບ ທີມຊາດເຢເມນ ແຕ່ກໍ່ເສຍໄປ 2 ຕໍ່ 1 ເລີຍເຮັດໃຫ້ທີມຕົກຮອບໄປ.

ເຖິງຢ່າງໃດກໍຕາມບັນດາທີມຊາດທີ່ເຂົ້າຮອບໃນກຸ່ມ C ກໍຈະໄດ້ໄປແຂ່ງຕໍ່ກັບທີມຊາດທີ່ເຂົ້າຮອບກັບກຸ່ມອື່ນອີກ ແລະ ເຖິງວ່າຊາດລາວເຮົາຈະຕົກຮອບ ສິ່ງເຫຼົ່ານີ້ກໍຈະເປັນປະສົບການໃຫ້ກັບທີມຊາດລາວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້