Monday, February 10, 2025

ກຽມປັບປຸງ! ສະໜາມບິນສາກົນ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ

ພິທີສຶກສາຄວາມເປັນໄປໄດ້ ໂຄງການປັບປຸງພັດທະນາ ການຄຸ້ມຄອງສະໜາມບິນສາກົນ ໂດຍການລົງນາມເຊັນສັນຍາ ລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຮ່ວມລົງນາມໃນຄັ້ງນີ້ ລະຫວ່າງ ທ່ານ ໄພບູນ ພົງສະຫວັນ ຮອງປະທານຄະນະກຳມະການຂາຮຸ້ນ ກຸ່ມບໍລິສັດພົງສະຫວັນ ຈຳກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຕາງໜ້າໂດຍ ທ່ານ ເຈສັນ ຊິມສັນ (Mr. Jason Simpson) ຜູ້ອໍານວຍການໃຫຍ່ ປະຈໍາຫ້ອງການປະເທດມຽນມາ, ປະເທດລາວ ແລະ ປະເທດໄທ ຂອງ ບໍລິສັດ ອາຣຸບ ສິງກະໂປ ຈຳກັດ.

ໂຄງການນີ້ມີໄວ້ເພື່ອປັບປຸງພັດທະນາ ການຄຸ້ມຄອງສະໜາມບິນສາກົນ ຂອງ ສປປ ລາວ ຍົກລະດັບຄຸນນະພາບການຄຸ້ມຄອງສະໜາມບິນສາກົນ ຂອງ ສປປ ລາວ ເຮັດໃຫ້ສະໜາມບິນຂອງປະເທດ ເປັນສະໜາມບິນທີ່ໄດ້ມາດຕະ ຖານສາກົນ ໂດຍພັດທະນາກິດຈະການຂົນສົ່ງທາງອາກາດຂອງປະເທດໃຫ້ຂະຫຍາຍຕົວ ເພື່ອໃຫ້ ສປປ ລາວ ເປັນສູນກາງການບິນຂອງພາກພື້ນເອເຊຍປາຊີຟິກ ແລະ ເຊື່ອມໂຍງກັບສາຍການບິນສາກົນ.

ນອກນັ້ນ ຍັງເກີດມີການຈ້າງງານສ້າງອາຊີບວຽກເຮັດງານທໍາ ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ປະເທດໃຫ້ມີເສດຖະກິດຂະຫຍາຍຕົວຢ່າງກ້າວກະໂດດ.

ຂໍ້ມູນຈາກ: ປະຊາຊົນ

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: