Sunday, May 25, 2025
Kbank Laos โอน รับ จ่าย

ລັດຖະບານ ຈະຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົົມຢູ່ທ້ອງຖີ່ນຮາກຖານ

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະແຕ່ປີ 2016-2021 ສາມາດສຳເລັດໄດ້ຫຼາຍດ້ານບໍ່ວ່າຈະເປັນ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານກໍ່ສ້າງຮາກຖານ ແລະ ປັບປຸງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະ ທິດທາງຮອດປີ 2025 ໄດ້ຈັດຂື້ນຕອນເຊົ້າ ວັນທີ 14 ກັນຍາ 2022, ທີ່ຫ້ອງວ່າການສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິ ຫານງານສູນກາງພັກ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຈາກສູນກາງ ແລະທ້ອງຖີ່ນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ມີການຕີລາຄາຄືນບັນດາໜາກຜົນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະຜ່ານມາ ເພື່ອຍົກໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃນໄລຍະໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

ນອກນັ້ນ, ຍັງຕ້ອງເພີ່ມທະວີບົດບາດການນໍາຮອບດ້ານຂອງຄະນະພັກ ທີ່ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົົມຢູ່ທ້ອງຖີ່ນຮາກຖານໃຫ້ສູງຂື້ນ.

ຂໍ້ມູນຈາກ: Lao National Radio

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.