Monday, November 10, 2025
Kbank Laos โอน รับ จ่าย

ແນວຄວາມຄິດ ສ້າງຜະລິດຕະພັນຈາກ “ໄໝໃຍກ້ວຍ”

“ໄໝໃຍກ້ວຍ” ເປັນວັດຖຸດິບທີ່ໄດ້ມາຈາກທຳມະຊາດ ທີ່ສາມາດສ້າງລາຍຮັບໃຫ້ກຸ່ມແມ່ຍິງພິການ ແລະ ຍັງສາມາດນຳມາຜະລິດເປັນກະເປົາ, ເຄື່ອງນຸ່ງ ໃຫ້ມີຄວາມໂດດເດັ່ນ ສື່ໃຫ້ເຫັນເຖິງ ມິດຕະພາບລະຫວ່າງ ຄົນ ແລະ ທຳມະຊາດ ໄດ້ເປັນຢ່າງດີ.

ນາງ ສົມໄພວອນ ວິໄລພອນ ແລະ ນາງ ດາລິຍາ ສິຣິສົມພອນ ເຈົ້າຂອງ ແບຣນ ອາມິຕິເອ້ ທີ່ຜະລິດຈາກ ໄໝໃຍກ້ວຍ ກ່າວວ່າ: ການຜະລິດເສັ້ນໄໝໃຍກ້ວຍ ແມ່ນໄດ້ທຶນຊ່ວຍເຫຼືອຈາກ ສະຖາບັນຄົ້ນຄວ້າພະລັງງານ ແລະ ການຮ່ວມມືຈາກຫຼາຍໆ ພາກສ່ວນ ເພື່ອເຂົ້າຝຶກອົບຮົມ ໃຫ້ຊາວກະສິກອນ ທີ່ມີສວນກ້ວຍ, ຕົວແທນແຕ່ລະບ່ອນ, ແຕ່ລະສູນມາຮຽນ ລວມໄປເຖິງ ສູນແມ່ຍິງຄົນພິການລາວ ເຊິ່ງເປັນສູນທີ່ມີຄວາມສຳນານ ເລື່ອງການຕ່ຳແຜ່ນແພຢູ່ແລ້ວ ຈຶ່ງເຮັດໃຫ້ ສູນແມ່ຍິງຄົນພິການລາວ ສາມາດຕ່ຳເສັ້ນໃຍກ້ວຍ ອອກມາເປັນແຜ່ນແພທີ່ສາມາດໃຊ້ໄດ້.

ນາງ ສົມໄພວອນ ເລົ່າວ່າ: ໃນປີ 2021 ໄດ້ມີການແຂ່ງຂັນ ງານນະວັດຕະນະກໍາໄວໜຸ່ມ  (the Youth Innovation Challenge Exhibition 2021) ພາຍໃຕ້ຫົວຂໍ້ ການສົ່ງເສີມນະວັດຕະກໍາໄວໜຸ່ມ ໃນການປະກອບການດ້ານຂະແໜງກະສິກໍາ ແລະ ຫັດຖະກໍາ ຄົນພິການ

ຈຸດນີ້ ເຮັດໃຫ້ເຮົາຄິດເຫັນຕອນທີ່ໄດ້ລົງໄປສຳພັດ ກັບກຸ່ມແມ່ຍິງຄົນພິການ ທີ່ສາມາດຜະລິດແພໃຍກ້ວຍ ແລະເຫັນວ່າມັນມີຄວາມໜ້າສົນໃຈ, ແປກດີ ເລີຍຢາກຍົກລະດັບ ແພໃຍກ້ວຍ ໃຫ້ທຸກຄົນໄດ້ເຫັນຄຸນຄ່າຂອງສີ່ງແວດລ້ອມຫຼາຍຂຶ້ນ, ບວກກັບການທີ່ໄດ້ເດີນທາງໄປຕ່າງປະເທດ, ການອອກບູດກັບແມ່ຮັກ ເຮັດໃຫ້ໄດ້ເຫັນຫຼາຍໆຢ່າງ ຈາກຕ່າງປະເທດ ເຊິ່ງຢູ່ລາວຍັງບໍ່ມີຄົນຮູ້ຈັກ ເລີຍນຳເສັ້ນໃຍກ້ວຍ ຈາກສູນແມ່ຍິງຄົນພິການລາວ ມານຳໃຊ້ໃຫ້ເກີດປະໂຫຍດຫຼາຍຂຶ້ນ ແລະມັນກໍກົງກັບເງື່ອນໄຂ ຂອງການແຂ່ງຂັນໄດ້ວາງໄວ້ ເລີຍນຳແຜ່ນແພໃຍກ້ວຍ ມາຜະລິດເປັນກະເປົາ ເພື່ອເຂົ້າແຂ່ງຂັນໃນຄັ້ງນີ້ ຈົນເຮັດໃຫ້ໄດ້ຮັບທືນຈາກ UNDP.

ຈຸດດີຂອງ “ເສັ້ນໃຍກ້ວຍ” ແມ່ນເປັນມິດກັບສີ່ງແວດລ້ອມ, ຄ່ານິຍົມບໍ່ແມ່ນແຕ່ແຜ່ນຜ້າເທົ່ານັ້ນ, ເສັ້ນໃຍຈາກພືດທຳມະຊາດ ຍັງສາມາດສ້າງຄວາມແຕກຕ່າງທີ່ງົດງາມໄດ້, ເວລາຕ່ຳອອກມາຈະຄືກັບໄໝຫຼາບ, ໄໝມ້ອນ, ມີຄວາມນຸ້ມ, ມື່ນ ແລະ ເຫຼື້ອມກວ່າໄໝທຳມະດາ.

ສິ່ງທ້າທາຍສຳລັບ ສົມໄພວອນ ຈະເປັນຄວາມແປກໃໝ່ ຂອງການສ້າງຜະລິດຕະພັນ ຈາກເສັ້ນໃຍທຳມະຊາດ, ການຮຽນຮູ້ກໍຈະຫຼາຍຂຶ້ນ, ສິ່ງທ້າທາຍອີກອັນໜຶ່ງ ກໍຄືການຜະລິດ ເສັ້ນໃຍກ້ວຍ ຍັງໃຊ້ສີມື, ເຫື່ອແຮງຂອງຄົນພິການ ບາງເທື່ອການຜະລິດ ກໍອາດຈະຊ້າບໍ່ທັນກັບອໍເດີຕາມຕ້ອງການ.

ກຸ່ມເປົ້າໝາຍແມ່ນຈະວາງຢູ່ 3 ກຸ່ມຄື: ຢາກໃຫ້ໄວໜຸ່ມຫັນມາສົນໃຈ ຜະລິດຕະພັນລາວ ໃຫ້ຫຼາຍຂຶ້ນ, ສອງແມ່ນ: ກຸ່ມລູກຄ້າ ທີ່ເປັນຄົນລາວ ໄປສຶກສາຢູ່ຕ່າງປະເທດ, ເຂົາຈະຖືກສອນໃຫ້ຮັກ ແລະ ເປັນມິດກັບສິ່ງແວດລ້ອມ, ສາມແມ່ນ: ພະນັກງານທົ່ວໄປ ທີ່ມັກຮັກໃນງານຫັດຖະກຳລາວ.

ປັດຈຸບັນ ທາງຮ້ານໄດ້ນຳແພໃຍກ້ວຍ ມາຜະລິດພຽງແຕ່ກະເປົາ, ແຕ່ໃນອານະຄົດ ອາດຈະນຳມາປະສົມປະສານກັບແພຝ້າຍ ແລ້ວນຳໄປອິ້ວເພື່ອໃຫ້ເກີດຄວາມທົນທານ ແລະອາດຈະນຳແພໃຍກ້ວຍ ມາຜະລິດເປັນເກີບ, ເຄື່ອງນຸ່ງ ລວມໄປເຖິງເຄື່ອງໃຊ້ໃນຊີວິດປະຈຳວັນ ອີກຫຼາຍໆຢ່າງນຳ.

ທ້າຍນີ້ ກໍຢາກຝາກເຖິງຄົນລາວ ໃຫ້ຊ່ວຍກັນຮັກສາສີ່ງແວດລ້ອມ ແລະ ຊ່ວຍກັນນຳສິ່ງທີ່ບໍ່ມີປະໂຫຍດ ເຮັດໃຫ້ເກີດປະໂຫຍດແກ່ສັງຄົມໃຫ້ຫຼາຍຂຶ້ນ, ຊ່ວຍກັນສົ່ງເສີມຜະລິດຕະພັນລາວ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.