ໃນວັນທີ່ 13 ກັນຍາ 2022 ທ່ານນາງ ຈິຣັດສະຍາ ພີຣານົນ, ອັກຄະຣາຊະທູດ ສະຖານເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ໄດ້ນຳພາຄະນະຜູ້ແທນສື່ມວນຊົນລາວ ຈາກ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຂົ້າພົບ ທ່ານ ທະນະວັດ ສິຣິກຸນ, ຮອງຫົວໜ້າກົມ ສາລະນິເທດ, ກະຊວງການຕ່າງປະເທດ ຂອງໄທ, ໂດຍມີທ່ານ ວໍຣະພັນ ສີວອນນາດ, ຜູ້ອຳນວຍການ ກອງເອເຊຍຕາເວັນອອກ 2, ກົມເອເຊຍຕາເວັນອອກ, ກະຊວງການຕ່າງປະເທດ ເຂົ້າຮ່ວມ ແລະ ຮັບຟັງການບັນຍາຍ ສະຫຼຸບ ແລະ ແລກປ່ຽນຂໍ້ຄິດເຫັນກ່ຽວກັບ ຄວາມຮ່ວມມືດ້ານສື່ມວນຊົນ ລະຫວ່າງ ໄທ ກັບ ສປປ ລາວ.

ດ້ານຄະນະສື່ມວນຊົນ ສປປ ລາວ ນຳໂດຍທ່ານ ສະຫວັນຄອນ ຣາຊະມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຜູ້ບໍລິຫານຈາກສຳນັກຂ່າວຕ່າງໆ ຂອງລາວ ຮ່ວມເດີນທາງມານຳ.
ໃນໂອກາດດັ່ງກ່າວ ທ່ານຮອງຫົວໜ້າກົມ ສາລະນິເທດ, ກະຊວງການຕ່າງປະເທດ ຂອງໄທ ໄດ້ບັນຍາຍ ສຸຫຼຸບກ່ຽວກັບຍຸດທະສາດ ການດຳເນີນງານຂອງ ກົມສາລະນິເທດ ເພື່ອເສີມສ້າງພາບລັກທີ່ດີຂອງໄທ, ການເສີມສ້າງ soft power ການໃຊ້ເຄື່ອງມືປະຊາສຳພັນການທູດ ສາທາລະນະທີ່ຫຼາກຫຼາຍ ແລະ ເຂົ້າເຖິງປະຊາຊົນ ລວມທັງການສ້າງຄວາມສຳພັນກັບສື່ມວນຊົນ ທັງໄທ ແລະ ຕ່າງປະເທດ.

ຈາກນັ້ນ, ອຳນວຍການ ກອງເອເຊຍຕາເວັນອອກ 2 ໄດ້ບັນຍາຍສະຫຼຸບກ່ຽວກັບຄວາມສຳພັນ ໄທ-ສປປ ລາວ ເຊິ່ງປັດຈຸບັນແມ່ນຢູ່ໃນລະດັບດີຫຼາຍ ແລະ ມີປະຕິສຳພັນກັນຢ່າງແໜ້ນແຟ້ນໃນທຸກລະດັບ ແລະ ຫຼ້າສຸດ ໄດ້ຍົກລະດັບ ຄວາມສຳພັນເປັນຫຸ້ນສ່ວນຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ ເຊິ່ງມີແຜນທີ່ຈະເພີ່ມຄວາມຮ່ວມມື ທັງທາງດ້ານເສດຖະກິດ, ການເມືອງ ແລະ ຄວາມສຳພັນລະດັບປະຊາຊົນ.

ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນຂໍ້ຄິດເຫັນກັບຄວາມຮ່ວມມືດ້ານສື່ມວນຊົນຕ່າງໆ ແລະ ເຫັນດີເຫັນພ້ອມຮ່ວມກັນວ່າ ມີຄວາມສຳຄັນຢ່າງຍິ່ງ ຕໍ່ການສົ່ງເສີມຄວາມສຳພັນຂອງສອງປະເທດ ທັງການສ້າງຄວາມເຂົ້າໃຈທີ່ດີ ແລະ ຄວາມຮູ້ສຶກອັນດີລະຫວ່າງກັນ ລວມທັງການປະສານງານກັນຢ່າງໃກ້ຊິດ ເມື່ອມີປະເດັນທີ່ລະອຽດອ່ອນ ທີ່ອາດສົ່ງຜົນກະທົບຕໍ່ຄວາມສຳພັນ ເຊິ່ງເປັນເລື່ອງທີ່ລັດຖະບານທັງສອງປະເທດໃຫ້ຄວາມສຳຄັນ.

ໂດຍກິດຈະກຳດັ່ງກ່າວ ເປັນສ່ວນໜຶ່ງຂອງໂຄງການ ນຳພາສື່ມວນຊົນ ສປປ ລາວ ຢ້ຽມຢາມປະເທດໄທ ຂອງ ສະຖານ ເອກອັກຄະຣາຊະທູດ ວຽງຈັນ ເຊິ່ງຈັດຂຶ້ນຮ່ວມກັບ ສະມາຄົມນັກຂ່າວ ໜັງສືພິມ ແຫ່ງ ປະເທດໄທ ລະຫວ່າງວັນທີ 13-17 ກັນຍາ 2022 ເພື່ອສົ່ງເສີມຄວາມຮ່ວມມືລະຫວ່າງ ສື່ມວນຊົນລາວ-ໄທ ແລະ ສ້າງເສີມທັກສະທີ່ດີ ຕະຫຼອດຈົນເຖິງ ການເພີ່ມພູນຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍຂຶ້ນ ລະຫວ່າງປະຊາຊົນທັງສອງຝ່າຍ.