Articles by

xaysana InsideLaos

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ພະແນກສາທາລະນະສຸກແຂວງເຊກອງ ນໍາໂດຍທ່ານ ນ ມະໂນລາ ສຸດທິຈັກ ຮອງຫົວໜ້າພະແນກສາທາແຂວງ, ທ່ານ ສີກອນ ພົມມະໄລລຸນ  ຮອງຫົວໜ້າຂະແໜງອາຫານ ແລະຢາແຂວງເຊກອງ ລົງກວດກາຮ້ານອາຫານສົດ ແລະຮ້ານອາຫານສໍາເລັດຮູບຂາຍຍົກ-ຍ່ອຍຢູ່ຕະຫຼາດເທສະບານເມືອງ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ, ໃນໂອກາດລົງຕິດຕາມຊຸກຍູ້ ວຽກງານ ຢູ່ ແຂວງຈຳປາສັກ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ຈາກກໍລະນີ ທີ່ ສປປ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມແລ້ວຫຼາຍກວ່າ 2.000 ຄົນໃນປັດຈຸບັນຢູ່ໃນຂອບເຂດທົ່ວປະເທດນັ້ນ ພົບວ່າ ມີ 4 ສາຍພັນ ຈາກ 11 ສາຍພັນຂອງພະ ຍາດໂຄວິດ-19 ທີ່ພົບ ຢູ່ລາວ ຄື: ສາຍພັນ ດັ່ງເດີມ, ສາຍພັນອາວຟາ, ສາຍພັນເດວຕາ ແລະ ສາຍພັນແຄັບປາ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ອຸດົມສັກ ດີວິໄຊ ກຳມະການພັກແຂວງ ຫົວໜ້າພະແນກ ແຮງງານສະຫວັດດີການສັງຄົມ  ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກບໍລິໂພກໃຫ້ອົງການປົກຄອງເມືອງປະທຸມພອນ ເຊິ່ງມີ ສັງກະສີຈໍານວນ 100 ແຜ່ນ, ຕະປູ 1 ແກັດ ແລະ ເຂົ້າສານໜຽວ 5 ໂຕນ,ໃນນັ້ນເຂົ້າສານໜຽວ 5 ໂຕນແມ່ນມອບເຂົ້າເປັນຄັງແຮຂອງເມືອງ

TENCENT ກຽມໃຊ້ລະບົບສະແກນໃບໜ້າ ເພື່ອກຳນົດເວລາຫຼິ້ນເກມຂອງເຍົາວະຊົນ

Tencent ກຽມໃຊ້ລະບົບ "Midnight Patrol” ເຕັກໂນໂລຢີ ລະບຸຕົວຕົນດ້ວຍໃບໜ້າ ສຳລັບເອົາໄວ້ກວດສອບວ່າຜູ້ເລ່ນຄົນນັ້ນເປັນເຍົາວະຊົນຫຼືບໍ່ ເຊິ່ງຜູ້ຫຼິ້ນທຸກຄົນຕ້ອງໄດ້ສະແກນໃບໜ້າກ່ອນເຂົ້າຫຼິ້ນເກມ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ກອງບັນຊາການຕຳຫຼວດແຂວງກວາງບີ່ງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອຸປະກອນການແພດ ແລະ ເງີນຈຳນວນໜຶ່ງ ມາມອບໃຫ້ກອງບັນນຊາການ ປກສ ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫຼືອ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ວິລະບູລີ ຮ່ວມກັບບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ໄດ້ລົງມອບໂທລະໂຄ່ງຈໍານວນ 01 ຊຸດໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນບ້ານນາມະລູ ທີ່ຂຶ້ນກັບກຸ່ມບ້ານທີ 6 ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ

ການກູ້ໄຟລເອກະສານໃນ Microsoft office ທີ່ເຮົາບໍ່ໄດ້ Save

ເຄີຍເປັນບໍ່ ເວລາພິມເອກະສານຢູ່ດີໆ ຫຼື ເຮັດວຽກໃດໜຶ່ງທີ່ສຳຄັນໃນໂປແກຮມ Microsoft Office: Word, Excel, Power Point ມັກຈະເກີດເຫດການບໍ່ຄາດຝັນເຊັ່ນ: ຄອມດັບ, ຄອມຄ້າງມີບັນຫາ ຫຼື ໂປແກຣມອອກເອງກໍ່ມີ ເລີຍເຮັດໃຫ້ເອກະສານທີ່ເຮົາກຳລັງເຮັດຢູ່ນັ້ນຫາຍໄປ ແລະເຮົາກໍບໍ່ໄດ້ Save ໄວ້ກ່ອນທີ່ມັນຈະຫາຍ