ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 7 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຫ້ອງການຖະແຫຼງຂ່າວ ວັດທະນະທໍາແລະທ່ອງທ່ຽວເມືອງ ວິລະບູລີ ລົງມອບໂທລະໂຄ່ງຈໍານວນ 1 ຊຸດ

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ວິລະບູລີ ຮ່ວມກັບບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ໄດ້ລົງມອບໂທລະໂຄ່ງຈໍານວນ 01 ຊຸດໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນບ້ານນາມະລູ ທີ່ຂຶ້ນກັບກຸ່ມບ້ານທີ 6 ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ

ສໍາລັບໂທລະໂຄ່ງທີ່ນໍາມາມອບໃຫ້ບ້ານນາມະລູ ໄດ້ນໍາໃຊ້ໃນຄັ້ງນີ້ປະກອບມີ : ປາກໂທລະໂຄ່ງຈໍານວນ 02 ປາກ, ແອັມພາວເວີ້ 1 ໜ່ວຍ, ຊຸດໄມລອຍຈໍານວນ 01 ຊຸດ ລວມເປັນມູນຄ່າ 28 ລ້ານກວ່າກີບ ເຊິ່ງແມ່ນງົບປະມານຊ່ວຍເຫຼືອລ້າຂອງບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ…ອ່ານຕໍ່

ຊາວກະສີກອນໃນທົ່ວເມືອງເມິງ ໄດ້ປັກດໍາເຂົ້ານາປີສໍາເລັດໄປແລ້ວ 75% ຂອງເນື້ອທີ່ການຜະລິດ

ມາຮອດປັດຈຸບັນ ຊາວກະສີກອນໃນທົ່ວເມືອງເມິງ ແມ່ນໄດ້ເອົາໃຈໃສ່ຂຸ້ນຂ້ຽວປັກດໍາເຂົ້ານາປີສໍາເລັດໄປແລ້ວ 75% ຂອງເນື້ອທີ່ນາທັງໝົດ 1.500 ກ່ວາເຮັກຕາ ໃນທົ່ວເມືອງມີ 5 ກຸ່ມບ້ານຄື: ກຸ່ມບ້ານນໍ້າເມິງ, ກຸ່ມບ້ານຊຽງດາວ, ກຸ່ມບ້ານຜາດໍາ, ກຸ່ມບ້ານຫົວນໍ້າຄາ ແລະ ກຸ່ມບ້ານນໍ້າຍູ້

ນອກຈາກການປັກດໍາເຂົ້ານາປີແລ້ວ ທາງຫ້ອງການກະສີກໍາ ແລະ ປ່າໄມ້ເມືອງ ຍັງໄດ້ລົງຊຸກຍູ້ພໍ່ແມ່ປະຊາຊົນບັນດາເຜົ່າປູກພືດເປັນສີນຄ້າ ແລະ ພີືດສະບຽງອາຫານ ຕາມລະຝົນ…ອ່ານຕໍ່

ອພສ ແຂວງເຊກອງ ປຶກສາຫາລືຈັດພິທີມອບທີ່ດິນໃຫ້ເປັນທໍລະນີສົງເພື່ອສ້າງວັດໃໝ່

ອົງການພຸດທະສາສະໜາສັມພັນລາວ (ອພສ) ແຂວງເຊກອງ ຮ່ວມກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ເປີດກອງປະຊຸມປຶກສາຫາລືລະດົມຄວາມຄິດເຫັນໃນການຈັດງານພິທີຖວາຍທີ່ດິນເປັນທໍລະນີສົງ ເພື່ອສ້າງວັດໃໝ່

ການປຶກສາຫາລື ແລະຄວາມພ້ອມຂອງພໍ່ແມ່ປະຊາຊົນໃນການສ້າງຕັ້ງວັດເຊີ່ງທ່ານຍັງໄດ້ຍົກໃຫ້ເຫັນເຖີງຄວາມສະໝານສາມັກຄີຂອງປະຊາຊົນ ກໍ່ຄືອໍານາດການປົກຄອງທຸກຂັ້ນພາຍໃນບ້ານແມ່ນເຫັນໄດ້ຄວາມສໍາຄັນຕໍ່ວຽກງານພຸດທະສາສະໜາ…ອ່ານຕໍ່

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສປປ ລາວ ພົບປະສະມາຄົມນັກທຸລະກິດໜຸ່ມແຂວງຫົວພັນ

ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ລົງພົບປະເຮັດວຽກກັບສະມາຄົມນັກທຸລະກິດໜຸ່ມແຂວງຫົວພັນ

ພ້ອມຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານສະມາຄົມນັກທຸລະກິດໜຸ່ມໃນໄລຍະຜ່ານມາ ແລະ ແຜນເລັ່ງດ່ວນ ແຜນໄລຍະຍາວໃນຕໍ່ໜ້າ ພ້ອມນີ້ ຍັງໄດ້ເປັນເອກະພາບຄົ້ນຄວ້າປະກອບຄຳຄິດຄຳເຫັນ, ສະເໜີບາງບັນຫາສຳຄັນໂດຍສະເພາະແມ່ນ ສະເໜີໃຫ້ຄະນະພັກ ຄະນະນຳແຂວງ ຊ່ວຍສະໜັບສະໜູນສະມາຄົມນັກທຸລະກິດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...