ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 13 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ພະແນກສາທາລະນະສຸກແຂວງເຊກອງ ກວດພົບສິນຄ້າໝົດອາຍຸການນໍາໃຊ້ 20 ກວ່າລາຍການ

ພະແນກສາທາລະນະສຸກແຂວງເຊກອງ ນໍາໂດຍທ່ານ ນ ມະໂນລາ ສຸດທິຈັກ ຮອງຫົວໜ້າພະແນກສາທາແຂວງ, ທ່ານ ສີກອນ ພົມມະໄລລຸນ  ຮອງຫົວໜ້າຂະແໜງອາຫານ ແລະຢາແຂວງເຊກອງ ລົງກວດກາຮ້ານອາຫານສົດ ແລະຮ້ານອາຫານສໍາເລັດຮູບຂາຍຍົກ-ຍ່ອຍຢູ່ຕະຫຼາດເທສະບານເມືອງ

ເຊິ່ງສາມາດກວດກາໄດ້ທັງໝົດ 20 ຮ້ານ, ໃນນີ້ຮ້ານອາຫານສົດ 2 ຮ້ານ, ຮ້ານຂາຍຢາ 4 ຮ້ານ, ໂຮງງານນ້ຳດື່ມ 2 ແຫ່ງ,ໂຮງງານນ້ຳກ້ອນ 2 ແຫ່ງ ແລະ ຮ້ານອາຫານສໍາເລັດຮູບ 10 ຮ້ານ, ພົບເຫັນສິນຄ້າໝົດອາຍຸການນໍາໃຊ້ 6 ຮ້ານລວມມີ 21 ກວ່າລາຍການໄດ້ຢຶດ ແລະທໍາລາຍຖິ້ມ…ອ່ານຕໍ່

ບໍລິຄຳໄຊ ສັກວັກຊີນກັນພະຍາດໂຄວິດ-19 ໄດ້ 50 ກວ່າ% ຂອງປະຊາກອນກຸ່ມເປົ້າໝາຍ

ແຂວງບໍລິຄຳໄຊ ໄດ້ຮັບວັກຊີນຈາກສູນສຸຂະພາບແມ່-ເດັກ 2 ຊະນິດ ການສະໜອງທັງໝົດ 2 ຊຸດ: ຊີໂນຟາມ 67.400 ໂດສ໌ ແລະ ແອັດສະຕາເຊເນກາ 1.000 ໂດສ໌ ລວມທັງໝົດ 68.400 ໂດສ໌ (1 ຄົນ/ 2 ເຂັມ)

ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນໄດ້ເປີດໃຫ້ບໍລິການໃນໂມງລັດຖະການ ສຳລັບສູນສັກວັກຊີນກັນພະຍາດໂຄວິດ-19 ຢູ່ໂຮງໝໍແຂວງບໍລິຄໍາໄຊ, ຫ້ອງການສາທາເມືອງປາກຊັນ, ໂຮງໝໍຊຸມຊົນເມືອງທ່າພະບາດ, ໂຮງໝໍຊຸມຊົນປາກກະດິງ, ຫ້ອງການສາທາບໍລິຄັນ, ໂຮງໝໍຊຸມຊົນຄຳເກີດ, ຫ້ອງການສາທາວຽງທອງ, ໂຮງໝໍຊຸມຊົນໄຊຈຳພອນ ແລະ ໂຮງໝໍເສນາຮັກ…ອ່ານຕໍ່

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ໄດ້ເຄື່ອນໄຫວ ຢ້ຽມຢາມ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໂຄງການເພື່ອພັດທະນາ, ກໍ່ສ້າງ ແລະໃນປັດຈຸບັນບໍລິສັດໄດ້ຊ່ວຍເຫຼືອໃຫ້ກັບລັດຖະບານຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງໝົດ  4 ຮ້ອຍລ້ານໂດລາສະຫະລັດ ,ໄດ້ບໍລິຈາກອຸປະກອນ ຜ້າອັດປາກ-ດັງ ແລະ ເຄື່ອງຊ່ວຍຫາຍໃຈໃນການສະກັດກັ້ນການລະບາດພະຍາດໂຄວິດ-19…ອ່ານຕໍ່

ສຳເລັດການປ່ອຍປາຈຳນວນ 30.000 ກວ່າໂຕ ຢູ່ກ້ອງເຂຶ່ອນໄຟຟ້ານ້ຳງື່ມ

ການຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນປ່ອຍປາ ແລະ ວັນອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ ຢູ່ແຂວງວຽງຈັນ ໄດ້ຈັດຕັ້ງປະຕິບັດທຸກໆປີ ເຊິ່ງແຕ່ລະປີ ໄດ້ປ່ອຍປາ ລົງໃສ່ ແຫຼ່ງນ້ຳ, ອ່າງເກັບນ້ຳ, ຫ້ວຍຮ່ອງ, ໜອງບຶງທຳມະຊາດ

ປາທີ່ນຳມາປ່ອຍ ລົງສູ່ແມ່ນ້ຳທຳມະຊາດຄັ້ງນີ້ທັງໝົດ
30.000 ກ່ວາໂຕ, ໃນນີ້ ມີປານິນ, ປາໄນ, ປາປາກ ເຊິ່ງແມ່ນການຕອບສະໜອງລູກປາ ຈາກສູນຜະລິດແນວພັນປາ ແຂວງວຽງຈັນ. ຈຳນວນ 10.000 ໂຕ , ເຂື່ອນໄຟຟ້ານ້ໍາງື່ມ 1 ຈຳນວນ 10.000 ໂຕ ແລະ ບໍລິສັດບົວລະພາ 10.000 ໂຕ…ອ່ານຕໍ່

ແຂວງຜົ້ງສາລີ ຈັດພິທີເປີດການປ່ອຍປາ 20 ລ້ານກວ່າໂຕລົງສູ່ທຳມະຊາດ

ອົງການປົກຄອງແຂວງຜົ້ງສາລີ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ ແລະ ເມືອງຜົ້ງສາລີ ໄດ້ຈັດພິທີເປີດການປ່ອຍປາ ຈໍານວນ 20 ລ້ານກວ່າໂຕ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດລາວ ຄົບຮອບ 24ປີ ແລະ ວັນຄາຍວັນເກີດທ່ານປະທານ ສຸພາ ນຸວົງ ຄົບຮອບ 112 ປີ

ໄດ້ຊຸກຍູ້ສົ່ງເສີ່ມການປ່ອຍປາທົ່ວແຂວງຢູ່ 7ຈຸດ ໃນ 7 ເມືອງຂອງແຂວງໃຫ້ໄດ້ທັງໝົດປະມານ 20.784.800 ໂຕ ໃນນີ້ປ່ອຍລົງສູ່ແມ່ນໍ້າທຳມະຊາດ 193.950 ໂຕ, ປ່ອຍລົງຫນອງປາ ເພື່ອລ້ຽງບໍລິໂພກ 20.590.850 ໂຕ ເຊີງມີ 8 ຊະນິດປາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...