ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 14 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈັດພິທີປ່ອຍປາໃນໂອກາດວັນອານຸລັກ ສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ການຈັດພິທີປ່ອຍປາຄືນສູ່ທຳມະຊາດຄັ້ງນີ້ ເພື່ອສືບຕໍ່ປົກປັກຮັກສາອານຸລັກ ສັດນ້ຳ-ສັດປ່າ ແລະ ເພີ້ມປະຊາກອນສັດນ້ຳໃຫ້ມີຄວາມອຸດົມສົມບູນ ນັບມື້ນັບຫຼາຍຂື້ນທັງເປັນການປູກຈິດສຳນຶກໃຫ້ແກ່ນັກທຸລະກິດ ພໍ່ຄ້າ-ຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈເຖິງ ຄວາມໝາຍຄວາມສຳຄັນຂອງວັນອານຸລັກສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ບັນດາຜູ້ເຂົ້າຮ່ວມພິທີໄດ້ພ້ອມກັນປ່ອຍ ປາກິນຫຍ້າ ແລະ ປາປາກ ທັງໝົດ 30 ກວ່າພັນໂຕ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກໂຄງການ ຊີບີເອບ ປະຈຳແຂວງບໍ່ແກ້ວລົງສູ່ເຂດວັງສະຫງວນບ້ານໜອງຄຳ ມີຄວາມຍາວ 800 ກວ່າແມັດ ພ້ອມທັງ ທຳລາຍອາວຸດລ່າເນື້ອຈຳນວນ 60 ກະບອກ ຢ່າງເປັນຂະບວນຟົດຟືນ..ອ່ານຕໍ່

ຊາວນາຊາວກະສິກອນທົ່ວເມືອງ ເຊໂປນ ລົງມືປັກດໍາເຂົ້ານາປີຄາດວ່າຈະສຳເລັດ 100% ເດືອນສິງຫານີ້

ທ່ານ ຈັນທະລາດ ມະໄລຄໍາ  ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເຊໂປນ ແຂວງສະຫວັນນະເຂດ ລາຍງານວ່າ ປັດຈຸບັນຊາວກະສິກອນທົ່ວເມືອງເຊໂປນ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນຢ່າງເປັນຂະບວນຟົດຟື້ນໃຫ້ທ່ວງທັນຕາມລະດູການຜະລິດ ໃນທົ່ວເມືອງເຊໂປນມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 4.210 ເຮັກຕາ

ມາຮອດປະຈຸບັນນີ້ ຕົກກ້າ ແລະ ໄຖຮຸດນາສໍາເລັດ100% ,ປັກດໍາໄດ້ແລ້ວ 3.578 ເຮັກຕາ ເທົ່າກັບ 85 % ໂດຍໃຊ້ແນວພັນເຂົ້າທ່າດອກຄໍາ 1,5,11 ແລະແນວພັນທ່າຊະໂນ, ຄາດວ່າການປັກດໍາເຂົ້ານາປີ ປີນີ້ຈະໃຫ້ສໍາເລັດໃນກາງເດືອນສີງຫາ...ອ່ານຕໍ່

ຄະນະສະເພາະກິດເມືອງທຸລະຄົມ ລົງຕິດຕາມຊຸກຍູ້ການປ້ອງກັນເວນຍາມ 3 ບ້ານ

ຄະນະສະເພາະກິດເມືອງທຸລະຄົມ ແຂວງວຽງຈັນ ໄດ້ລົງຕິດຕາມຊຸກຍູ້ການປ້ອງກັນເວນຍາມໃນ 3 ບ້ານຄື: ບ້ານໂພນແພງ, ບ້ານຫາດສ້ຽວ ແລະ ບ້ານຫລິ່ງຊັນ ເພື່ອແນໃສ່ຍົກລະດັບການເຝົ້າລະວັງ ແລະ ສະກັດກັ້ນ ແຕ່ຫົວທີ ແລະ ບໍ່ໃຫ້ເຊື້ອພະຍາດກັບມາລະບາດອີກຢູ່ເມືອງທຸລະຄົມອີກຮອບໃໝ່

ສໍາລັບກາງຄືນແມ່ນເວນຍາມໂຮມກັນຢູ່ຫ້ອງການປົກຄອງບ້ານ ໂດຍໃຫ້ຜັດປ່ຽນກັນສາລະເວບໍ່ໃຫ້ມີການຕັ້ງວົງຊຸມແຊວດື່ມສິ່ງມຶນເມົາ, ເປີດເພງດັງ ແລະ ຮັກສາຄວາມປອດໄພຕ້ານປະ ກົດການຫຍໍ້ທໍ້ໄປພ້ອມ…ອ່ານຕໍ່

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກທາໄດ້ຮັບເຄື່ອງອຸປະກອນທຳການຜະລິດ

ທ່ານ ສີບຸນເຮືອງ ພັນທຸລັກ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນທຳການຜະລິດ ມອບໃຫ້ກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກທາ ແຂວງບໍ່ແກ້ວ

ເຊິ່ງເຄື່ອງອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງຢອດເມັດພັນເຂົ້າ ຂະໜາດ 4 ຮູ ຈຳນວນ 1 ເຄື່ອງ, ຈັກຊີດຢາ ຈຳນວນ 5 ເຄື່ອງ, ຊຸດປ້ອງກັນ 5 ຊຸດ, ເກີບໂບກ 5 ຄູ່ ແລະ ຖົງມື 5 ຄູ່, ລວມມູນຄ່າ 18 ລ້ານກວ່າກີບ…ອ່ານຕໍ່

ຮອງປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ບ້ານຄູນສີ ເມືອງນອງ

ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດທັງເປັນສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ພ້ອມດ້ວຍຄະນະ ແລະພາກສ່ວນກ່ຽວຂ້ອງຮ່ວມຕິດຕາມ ມອບເຄື່ອງຊ່ວຍເຫຼືອ ດ້ານການຮຽນ-ການສອນໃຫ້ກັບໂຮງຮຽນປະຖົມ ບ້ານຄູນສີ ເມືອງນອງ

ຈຳນວນເຄື່ອງທີ່ນຳມາມອບຄັ້ງນີ້ມີ: ປຶ້ມ, ບິກ,ສໍປະເພດຕ່າງໆ, ກະເປົ໋າ, ບານບ້ວງ, ບານເຕະ, ບານສົ່ງ, ບັນທັດຢາງລຶບ ແລະອື່ນໆ ເຄື່ອງດັ່ງກ່າວ ແມ່ນໄດ້ຮັບການອຸປະຖຳໂດຍ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ…ອ່ານຕໍ່

ປູກໝາກເງາະຂາຍ ເຮັດໃຫ້ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ

ຄອບຄົວຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກໝາກເງາະເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວໄດ້ຮັບການພັດທະນາດີຂຶ້ນ ຢ່າງຕໍ່ເນື່ອງ

ຊຶ່ງການປູກແມ່ນໃຊ້ເວລາ 3 ປີ ຈຶ່ງໄດ້ຮັບຜົນຜະລິດ, ໃນນີ້ ລາຍຮັບຈາກການຂາຍຕົວຈິງ ແມ່ນຕົກຢູ່ໃນຈຳນວນເງິນ 50,000,000 ກວ່າກີບ ຕໍ່ລະດູ ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ…ອ່ານຕໍ່

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,