ເຮືອນArts and Cultures

Arts and Cultures

ແຈ້ງການ!​ ເຝິກອົບຮົມການຈານໃບລານ ໂດຍຜູ້ຊ່ຽວຊານສະເພາະດ້ານ

"ໂຄງການອະນຸລັກແລະເຜີຍແຜ່ວັນນະກຳເລືອງທ້າວຮຸ່ງທ້າວເຈືອງ" ຈະເປີດເຝິກອົບຮົມການຈານໃບລານເປັນອັກສອນລາວເດີມ (ລາວບູຮານ )ໂດຍຜູ້ຊ່ຽວຊານສະເພາະດ້ານເປັນເວລາສາມວັນ ຄືທີ29 ກັນຍາ ຫາວັນທີ1 ຕຸລາ 2019 ຫາກພຣະສົງອົງເນນ ຫຼື ຄູອາຈານທ່ານໃດສົນໃຈ ຢາກເຝິກຮ່ວມເຊີນລົງທະບຽນ ແລະອົບຮົມຟຣີໄດ້ທີ່ວັດສີຄູນວຽງ (ດົງໝ້ຽງ) ດ່ວນ!! ເບີໂທຕິດຕໍ່: 020...

ນະຄອນຫຼວງວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ

ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”. ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື:ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ​ແລະ ລ້ານ​ຊ້າງ....

ລັດຖະບານ ພິຈາລະນາສະເໜີ ພະທາດຫຼວງວຽງຈັນ ເປັນມໍລະດົກໂລກທາງດ້ານວັດທະນະທຳ

ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ກຽມຍື່ນເອກະສານຕໍ່ ອົງການ UNESCO ເພື່ອຊຸກຍູ້ໃຫ້ພະທາດຫຼວງວຽງຈັນເປັນແຫຼ່ງມໍລະດົກໂລກທາງວັດທະນະທຳ. ໃນນັ້ນ, ເມືອງຫຼວງພະບາງ ໄດ້ຮັບການຮັບຮອງ ເປັນມໍລະດົກໂລກໃນ ປີ 1995, ວັດພູ ຈໍາປາສັກ ເປັນມໍລະດົກໂລກ...

ນະຄອນຫຼວງວຽງຈັນ ສະໄໝເຈົ້າສຸລິຍະວົງສາ ທຳ​ມິ​ກະລາດ

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ. + ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ.ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ)...

ປະຫວັດສາດ ນະຄອນຫຼວງວຽງຈັນ ສະໄໝອານາຈັກລາວລ້ານຊ້າງ

ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌) ແມ່ນເມືອງຫຼວງຂອງປະເທດລາວອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດ, ເນື້ອທີ່3,920 km². ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງປີ 1560...

ປະຫວັດຄວາມເປັນມາ ຫໍພິພິດທະພັນແຫ່ງຊາດຫຼວງພະບາງ ອະດີດບ່ອນປະທັບຂອງເຈົ້າຊີວິດລາວ

ພະລາຊະວັັງຫລວງພະບາງເປັນອາຄານແບບຝຣັ່ງແຕ່ຫລັງຄາ ເປັນແບບຊົງລາວຕັ້ງຢູ່ແຄມແມ່ນ້ຳຂອງ ຫັນໜ້າເຂົ້າສູ່ພະທາດພູສີ ຕົວພະລາຊະວັັງເປັນໝູ່ອາຄານເຕີ້ຍໆ ຊັ້ນດຽວ ຕັ້ງຢູ່ເທິງພື້ນຍົກສູງ ມີຄວາມງົດງາມລົງຕົວຂອງສິນລະປະ ຍຸກອານານິຄົມປະສົມກັບສິລະປະ ແບບລ້ານຊ້າງ ສະພາບໂດຍຮອບມີຄວາມຮົ່ມເຢັນດ້ວຍຕົ້ນ ໄມ້ທີ່ບໍ່ໜາຈົນເກີນໄປ. ປະຫວັດຂອງຫໍພິພິດທະພັນ ແຫ່ງນີ້ສ້າງຂຶ້ນໃນປີ ຄ.ສ.1904 ສະໄໝເຈົ້າມະຫາຊີວິດສີສະຫວ່າງວົງ ສືບທອດຕໍ່ມາເຖິງສະໄໝ ເຈົ້າມະຫາຊີວິດສີສະຫວ່າງວັດນາ ເຈົ້າມະຫາຊີວິດອົງສຸດທ້າຍຂອງຣາຊາອານາຈັກລາວ...

ບົດບາດຂອງວັດ ແລະ ພຣະສົງໃນສະໄໝອານາຈັກລາວລ້ານຊ້າງຮຸ່ງເຮືອງສະຕະວັດທີ XVII ໄວ້ເປັນພື້ນຖານວັດທະນະທຳສັງຄົມລາວ

ວັດເປັນສົມບັດດ້ານສິນລະປະວັດທະນະທຳ ສູນກາງແຫ່ງຈັນຍາທັມ ແລະ ຈຸດລວມສູນແຫ່ງຄວາມສາມະຄີປວງຊົນລາວທັງຊາດ, ໂດຍສາມາດສັງລວມບົດບາດຂອງວັດຕໍ່ສັງຄົມ(1). ວັດເປັນສະຖານສຶກສາ ສຳລັບຊາວບ້ານທີ່ໄດ້ສົ່ງລູກຫຼານຂອງຕົນ ເຂົ້າໄປອົບຮົມສິນທັມ ຮໍ່າຮຽນເອົາວິຊາອາຊີບຕ່າງໆ ຕາມທີ່ໄດ້ມີການສິດສອນກັນໃນແຕ່ລະຍຸກ ແຕ່ລະສະໄໝ;(2). ວັດເປັນສູນກາງສິລະປະວັດທະນະທຳ ເປັນບ່ອນລວມສິລະປະກຳຕ່າງໆຂອງຊາດ ບໍ່ແຕກຕ່າງກັນກັບຫໍພິພິດທະພັນ; (3). ວັດເປັນສານຍຸດຕິທຳ ໂດຍພະສົງໄດ້ກາຍເປັນຜູ່ຊົງຄຸນວຸດທິ ເປັນຜູ່ອົບຮົມ...