Monday, February 10, 2025

ລັດຖະບານ ພິຈາລະນາສະເໜີ ພະທາດຫຼວງວຽງຈັນ ເປັນມໍລະດົກໂລກທາງດ້ານວັດທະນະທຳ

ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ກຽມຍື່ນເອກະສານຕໍ່ ອົງການ UNESCO ເພື່ອຊຸກຍູ້ໃຫ້ພະທາດຫຼວງວຽງຈັນເປັນແຫຼ່ງມໍລະດົກໂລກທາງວັດທະນະທຳ.

ໃນນັ້ນ, ເມືອງຫຼວງພະບາງ ໄດ້ຮັບການຮັບຮອງ ເປັນມໍລະດົກໂລກໃນ ປີ 1995, ວັດພູ ຈໍາປາສັກ ເປັນມໍລະດົກໂລກ ປີ 2001, ທົ່ງໄຫຫິນຊຽງຂວາງ ກາຍເປັນມໍລະດົກໂລກ ປີ 2019 ແລະປ່າສະຫງວນຫິນໜາມໜໍ່ຄາດວ່າຈະໄດ້ຮັບພິຈາລະນາໃນອີກບໍ່ຊ້ານີ້.

ສໍາລັບພະທາດຫຼວງວຽງຈັນ ຖືເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາຂອງລາວ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກ ສວຍງາມຂອງປະເທດລາວ, ເປັນພະທາດໂລກະຈຸນມະນີ ທີ່ບັນຈຸພະສາລິຣິກະທາດຂອງພະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ ທີ່ນິຍົມກັນໄປສັກກະລະບູຊາໃນວັນສິນ ງານບຸນປະເພນີ ແລະ ວັນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ.

ພະທາດຫຼວງຖືກສ້າງຕັ້ງຂຶ້ນເທື່ອທຳອິດໃນປີ ພສ 236 ໂດຍ ການນຳພາຂອງເຈົ້າເມືອງວຽງຈັນ ຈັນທະບູລີປະສິດທິສັກ ຫຼື ບູລີຈັນ ເຊິ່ງທຳອິດມີລັກສະນະຄ້າຍຄືອຸໂມງຫິນ ກວ້າງ 10 ແມັດ ສູງ 9 ແມັດ ແລະ ຖືກສ້າງຕໍ່ເຕີມອີກໃນປີ ຄສ 1566 ໂດຍເຈົ້າໄຊເສດຖາທິຣາຊ ໃນຕອນທີ່ເພິ່ນຍ້າຍເມືອງຫຼວງຈາກຊຽງທອງ (ຫຼວງພະບາງ) ມາວຽງຈັນ ໂດຍໄດ້ສ້າງເປັນທາດໃຫຍ່ກວມອຸໂມງຫິນອັນເກົ່າພ້ອມສ້າງພະທາດນ້ອຍ 30 ອົງເປັນບໍລິເວນອ້ອມພະທາດໃຫຍ່ ເອີ້ນວ່າປາລະມີສາມສິບທັດ, ພ້ອມກົມມະລຽນດ້ານນອກແຕ່ລະດ້ານຍາວ 91.75 ແມັດ ແລະ ຫໍໄຫວ້ທັງສີ່ທິດ.

ພະທາດຫຼວງວຽງຈັນ ມີລວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ຕີນພະທາດແຕ່ດ້ານຕາເວັນອອກຫາຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາໃຕ້ຍາວ 68 ແມັດ. ນອກນັ້ນ ເພິ່ນຍັງໄດ້ຫຼໍ່ຄຳໜັກສີ່ບາດ ບັນຈຸໄວ້ໃນທາດນ້ອຍແຕ່ລະທາດ, ມີໃບລານທີ່ເຮັດດ້ວຍຄຳ ຈາລຶກພາສາບາລີ ດ້ວຍອັກສອນທຳໄວ້ຮອງແຕ່ລະທາດ, ແຕ່ກໍ່ຖືກທຳລາຍໃນສະໄໝສັກດີນາຕ່າງດ້າວ ເຂົ້າມາຮຸກຮານ.

ພະທາດຫຼວງວຽງຈັນ ໄດ້ຮັບການບູລະນະໃໝ່ໃນປີ ຄສ 1953 ແລະ ມາຮອດປີ 1957 ລັດຖະບານລາວພາຍໃຕ້ພະບໍລົມມະຊູປະຖຳຂອງເຈົ້າສີສະຫວ່າງວົງ ກໍ່ໄດ້ພາປະຊາຊົນ ເຮັດບຸນສະເຫຼີມສະຫຼອງພະພຸດທະສາສະໜາ ຄົບຮອບ 2500 ປີ (ພສ 2500) ໂດຍໄດ້ທຳການຟອກຄຳຈາກສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພະບໍລົມມະຮູບຂອງເຈົ້າໄຊເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພະທາດຫຼວງ ຂຶ້ນມາເປັນສັກກະລະບູຊາ ຈົນຮອດປັດຈຸບັນ.

ໃນວັນເພັງ (ຂຶ້ນ 15 ຄໍ່າ) ເດືອນສິບສອງລາວຂອງທຸກໆປີ (ໄລຍະເດືອນຕຸລາ-ພະຈິກ) ປະຊາຊົນລາວຈາກທົ່ວທຸກສາລະທິດ ຈະພາກັນເດີນທາງມາສະເຫຼີມສະຫຼອງ ບຸນນະມັດສະການພະທາດຫຼວງເຊິ່ງເປັນບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວຈັດຂຶ້ນເປັນເວລາ 7 ມື້ 7 ຄືນ ພ້ອມການສະແດງມະໂຫລີສິລະປະວັນນະຄະດີ ແລະ ງານວາງສະແດງສິນຄ້າຈາກຫຼາກຫຼາຍຫ້າງຮ້ານ.

ບຸນທາດຫຼວງສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດກໍ່ຄືຊາວລາວທັງຊາດ ໂດຍມີພິທີສຳຄັນທາງສາສະໜາເຊັ່ນ: ພິທີແຫ່ຜາສາດເຜິ້ງ, ວຽນທຽນ ແລະ ຕັກບາດຖວາຍທານ ເຊິ່ງມີພະສົງຈາກທົ່ວທຸກແຂວງໃນປະເທດລາວເດີນທາງມາ ແລະ ພາຍຫຼັງຕັກບາດກໍ່ມີການຕີຄີເຊິ່ງເປັນກິລາພື້ນເມືອງທີ່ຈັດຂຶ້ນທຸກໆປີໆ.

ແຫຼ່ງຂໍ້ມູນ : ໜັງສືພິມເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: