ເຮືອນArts and Cultures

Arts and Cultures

ຮັບຮອງແຜ່ນແພ ຂອງແມ່ຍິງເມືອງຕະໂອ້ຍ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ.

ພິທີປະກາດ ຜະລິດຕະພັນແຜ່ນແພ ຂອງສະຫະພັນແມ່ຍິງ ເທສະບານ ເມືອງຕະໂອ້ຍແຂວງສາລະວັນ ເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ມີ ທ່ານ ບຸນໂຮມ ໂກມສຸນີ ເຈົ້າເມືອງໆຕະໂອ້ຍພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະປະຊາຊົນເຂົ້າຮ່ວມ.ໃນນັ້ນແຜ່ນແພມີ 5 ຊະນິດຄື: ສິ້ນລາຍແຊກການໂດ, ແພປູໂຕະລາຍແຊກການໂດ,...

ຄົ້ນພົບວັດຖຸບູຮານຫລາຍຢ່າງ ຢູ່ບໍລິເວນເດີ່ນພຣະທາດອີງຮັງ ແຂວງສະຫວັນນະເຂດ

ນາຍບ້ານໆທາດອີງຮັງ ທ່ານຄູນສະຫວັນ ໃຫ້ຮູ້ອີກວ່າ: ວັດຖຸບູຮານທັງໝົດແມ່ນໄດ້ຖືກຄົ້ນພົບໃນໄລຍະເວລາໄລ່ເລ່ຍກັນນັບແຕ່ວັນທີ 28 ກັນຍາ 2018 ເປັນຕົ້ນມາ ຈາກນັ້ນກໍ່ໄດ້ມີການຄົ້ນພົບເລື້ອຍໆມາ. ຈຸດທີ່ມີການຄົ້ນພົບມີທັງໝົດ 3 ຈຸດ ຂອງກຳແພງອ້ອມພຣະທາດເບື້ອງທິດຕາເວັນອອກ ແລະ ມີການຄົ້ນພົບວັດຖຸບູຮານເກົ່າແກ່ຈໍານວນ 10 ກວ່າລາຍການ ໃນນັ້ນປະກອບມີ:...

ກົມສິລະປະການສະແດງ ຈັດເຝິກອົບຮົມການຟ້ອນລຳວົງລາວ ຄັ້ງທີ I.

ກົມສິລະປະການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມການຟ້ອນລຳວົງລາວ ຄັ້ງທີ I ໃນວັນທີ 28 ກັນຍາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍມີສຳມະນາກອນ ຈາກບັນ ດາກົມກອງ ອ້ອມຂ້າງກະຊວງທັງ...

ມາ​ຮ​ູ້​ຈັກບຸນເຂົ້າສະຫຼາກ! ປະ​ເພ​ນີ​ທີ່​ສືບ​ທອດ​ກັນ​ມາ​ຕັ້ງແຕ່​ ສະ​ໄໝ​ເຈົ້າ​ສຸລິ​ຍະ​ວົງ​ສາ​ທຳ​ມິກະ​ລາດ.

ບຸນຫໍ່ເຂົ້າສະຫລາກ ເປັນປະເພນີທີ່ສືບທອດກັນມາຊ້ານານ ຖືວ່າເປັນປາງບຸນໜຶ່ງ ເອີ້ນວ່າບຸນເດືອນສິບ ຫຼື ຮີດທີ 10 ເປັນປະເພນີທີ່ເຊື່ອວ່າ ເກີດຂື້ນ ໃນສະໄໝເຈົ້າສຸລິຍະວົງສາ ມີປະຫວັດຄວາມເປັນມາຕັ້ງແຕ່ສະໄໝພຸດທະການ ເຊິ່ງສະໄໝນັ້ນພະສົງສາມະເນນ ໃນສຳນັກຂອງພະພຸດທະເຈົ້າ ເວລາມີອຸບາສົກອຸບາສິກາ ມາເຮັດບຸນຖວາຍສັງຄະທານໃຫ້ແກ່ພະສົງສ່ວນໃຫຍ່ ເຊິ່ງຊາວພຸດກໍຢາກຖວາຍໃຫ້ແຕ່ພະພຸດທະເຈົ້າ ດ້ວຍເຫດນີ້...

ເຊີນພີ່ນ້ອງໄປທ່ຽວບຸນຊ່ວງເຮືອຢູ່ແຂວງໄຊຍະບູລີ.

ພົບພໍ້ກັບເອກະລັກໜຶ່ງດຽວ ໃນ​ ສປປ ລາວ ທີ່ມີເຮືອຊ່ວງ ທທາງຫົວເປັນຮູບນາມສັດ ທີ່ປາກົດໃນວຫນນະຄະດີເລື່ອງຕ່າງໆ ນອກນັ້ນ,ຍັງມີການຊ່ວງເສັງກອງຫາງ,​ ຈູດບັ້ງໄຟ, ໄຫຼເຮືອໄຟ ແລະລອຍກະໂທງ ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງ​ ໄຊຍະບູລີ...​Cr.ສະຫວັນເມືອງລາວ

ບຸນ 15 ຄ່ຳເດືອນ 10 ວັດທະນຳທຳບູຮານຮ່ວມກັນ ລາວ-ໄທ

ວັນຈັນ ວັນທີ່ 24 ກັນຍາ ພ.ສ 2561 ແມ່ນກົງກັບວັນເພັງ 15 ຄ່ຳ ເດືອນ 10 ເຊິ່ງຕອນເຊ້າ ຫລາຍຄົນທີ່ໄປເຮັດບຸນຫໍ່ເຂົ້າສະຫລາກບໍ່ມີແຕ່ປະຊາຊົນຄົນລາວພຽງ ເທົ່ານັ້ນ ປະຊາຊົນໄທ ກໍຖືເອົາມື້ນີ້ ເຮັດເປັນບຸນໃຫຍ່ຄືກັນ. ວັນບຸນຫໍ່ເຂົ້າສະຫຼາກ...

ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ນັບມື້ຂະຫຍາຍຕົວ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕັ້ງໜ້າຊີ້ນຳຂົງເຂດສື່ມວນຊົນ ສຸມໃສ່ໂຄສະນາເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນທົ່ວປະເທດ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ປະຊາຊົນ ຕອບຕ້ານການໂຄສະນາບິດເບືອນ. ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ...

ມາຮູ້ຈັກພິທີຂໍຝົນ ປະເພນີທີ່ຄົນລາວເຄີຍເຮັດກັນມາແຕ່ສະໄໝບູຮານ

ໃນປັດຈຸບັນນີ້, ຄົນລາວຮຸ້ນໜຸ່ມ ບໍ່ຄ່ອຍສົນໃຈພໍປານໃດກັບພິທີກຳບູຮານທີ່ຜູ້ເຖົ້າຜູ້ແກ່ລາວເຄີຍປະຕິບັດກັນມາ ເພາະວ່າ ໃນປັດຈຸບັນນີ້ ມີວິທະຍາສາດເຕັກນິກ ຄົນສາມາດຮູ້ທີ່ມາຂອງຟ້າຝົນ ແລະສາມາດສ້າງມັນຂຶ້ນມາເອງໄດ້ (ຝົນທຽມ) ເລີຍບໍ່ຈຳເປັນຕ້ອງເຊື່ອຖືຄວາມເຊື່ອເຫຼົ່ານັ້ນ. ແຕ່ມື້ນີ້, ຜູ້ຂຽນໄດ້ນຳເອົາພິທີກຳການສວດຄາຖາຂໍຝົນຂອງຄົນລາວເຮົາໃນສະໄໝບູຮານມານຳສະເໜີ ເຊິ່ງເປັນຄວາມໃໝ່, ແປກໆ ແດ່ກໍວ່າໄດ້. ມີທີ່ມາດັ່ງນີ້: ມີຕຳນານກ່າວໄວ້ວ່າ: ໃນອະດີດຕະການນັ້ນ, ພຣະໂພທິສັດໄດ້ສະເຫວີຍພະຊາດເປັນປາຄໍ່ ແຕ່ພຣະອົງບໍ່ເຄີຍກິນປາເລັກປານ້ອຍ,ສັດນ້ອຍ...