Monday, May 19, 2025
Kbank Laos โอน รับ จ่าย

ກົມສິລະປະການສະແດງ ຈັດເຝິກອົບຮົມການຟ້ອນລຳວົງລາວ ຄັ້ງທີ I.

ກົມສິລະປະການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມການຟ້ອນລຳວົງລາວ ຄັ້ງທີ I ໃນວັນທີ 28 ກັນຍາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍມີສຳມະນາກອນ ຈາກບັນ ດາກົມກອງ ອ້ອມຂ້າງກະຊວງທັງ ຍິງ-ຊາຍ ເຂົ້າຮ່ວມ. ທັງ​ນີ້ ກໍເພື່ອເປັນການອະນຸລັກ, ເຜີຍແຜ່ ແລະ ໂຄສະນາວັດທະນະທຳລາວ ໂດຍສະເພາະແມ່ນການຟ້ອນລຳວົງລາວ ເຊິ່ງລຳວົງລາວໄດ້ສະເໜີເຂົ້າເປັນມໍລະ ດົກນາມມະທຳ ຕໍ່ອົງການອຸຍແນສໂກ ເຂົ້າເປັນມໍລະດົກໂລກໃນປີ 2018.

ທ່ານ ຄຳພວງ ອິນທະວົງສີ ສິລະປິນແຫ່ງຊາດ, ຫົວໜ້າກົມສິລະປະການສະແດງ ໄດ້ກ່າວວ່າ: ປະເທດລາວ ເປັນປະເທດທີ່ມີຄວາມອຸດົມຮັ່ງມີ ທາງດ້ານວັດທະນະທຳ, ມໍລະດົກວັດທະນະທຳທີ່ເກົ່າແກ່ ແລະ ຕິດພັນກັບວິຖີຊີວິດ ການເປັນຢູ່ຂອງຄົນລາວ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ທີ່ບໍ່ມີວັນຈືດຈາງ ນັ້ນກໍຄື ການຂັບ-ລຳ ແຕ່ເໜືອຮອດໃຕ້, ຈັງຫວະ ແລະ ທຳນອງຂັບ-ລຳ ແມ່ນເອກະລັກສະເພາະຕົວຂອງແຕ່ລະທ້ອງຖິ່ນ, ຈະແມ່ນງານ ສັງສັນ ຢູ່ໃນລະດັບໃດກໍຕາມ ເມື່ອມີສຽງຂັບ-ລຳດັງຂຶ້ນທຸກໆຄັ້ງກໍຈະມີຜູ້ໄປຟ້ອນນຳ, ​ແຕ່​ໄລຍະ​ຜ່ານ​ມາ ລີລາທ່າຟ້ອນປະກອບໃສ່ລຳແຕ່ລະແບບ ​ແມ່ນຍັງບໍ່ທັນເປັນເອກະພາບກັນ ແລ້ວແຕ່ຜູ້ຈະຟ້ອນຕາມໃຈຂອງໃຜລາວ.

ສະນັ້ນເພື່ອໃຫ້ຜູ້ຮຽນບໍ່ເກີດຄວາມສັບສົນວ່າ ຈະເອົາທ່າໃດ ຫລື ແບບຟ້ອນ​ໃດ​ຈຶ່ງ​ຈະຖືກຕ້ອງ ເພື່ອຄວາມເປັນເອກະພາບກັນໃນສັງຄົມນັ້ນ, ຊຸດ​ອົບຮົມ​ຄັ້ງ​ນີ້ ຈຶ່ງໄດ້ນຳເອົາການຟ້ອນລຳວົງລາວ ຈຳນວນ 4 ຈັງຫວະ ມາຝຶກ ສອນເຊັ່ນ: ຟ້ອນລຳວົງທ່າເຊີນຊວນ, ຟ້ອນລຳວົງທ່າຕັ່ງຫວາຍ, ຟ້ອນລຳວົງທ່າສາລະວັນ ແລະ ເຕັ້ນບາສະລົບລາວ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້