ກົມພາສີ ກະຊວງການເງິນ ຮ່ວມກັບ ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ​ມະ­ຫາ­ຊົນ (ທຄຕລ) ຈະເປີດທົດລອງໂຄງ­ການພັດທະນາ ​ລະ­ບົບ​ການ​ຈັດ​ເກັບ​ຄ່າ​ທຳ­ນຽມ​ຜູ້­ໂດຍ­ສານ ແລະ ພາ­ຫະ­ນະ​ແບບ​ເອ​ເລັກ​ໂຕຣ​ນິກ ຫຼື Smart VAT ໃນໄລຍະ​ທີ 2 ໃນ​ກາງເດືອນຕຸລານີ້ ​ແລະ ຈະເປີດນໍາໃຊ້ຢ່າງເປັນທາງການ​ ໃນທ້າຍ​ເດືອນ​ທັນວາ 2018 ທີ່ດ່ານພາສີສາກົນຂົວມິດຕະພາບ I.

ທ່ານ ບຸ​ນປະ​ເສີດ ສີ​ກຸນລະບຸດ ຮັກ​ສາ​ການ​ຫົວໜ້າກົມ​ພາສີ ກະຊວງ​ການ​ເງິນ ໃຫ້ໃຫ້ສໍາພາດວ່າ: ການແຈ້ງພາສີແບບເອເລັກໂຕຣນິກ, ຈະສ້າງຄວາມສະດວກວ່ອງໄວໃຫ້ແກ່ຜູ້ໂດຍສານ ທີ່ເດີນທາງເຂົ້າ-ອອກ ແລະຫລຸດຜ່ອນບັນດາຂັ້ນຕອນຂອງເຈົ້າໜ້າທີ່ພາສີ, ທັງເປັນການຫລຸດຜ່ອນເຈົ້າໜ້າທີ່ພາສີທີ່ປະຈໍາຢູ່ດ່ານ ແລະ ເປັນການສ້າງການຄວາມໂປ່ງໃສ ລວມເຖິງຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ທີ່ສໍາຄັນຈະເຮັດໃຫ້ເກັບເງິນເຂົ້າງົບປະມານຄົບຖ້ວນ, ບໍ່ຮົ່ວໄຫຼ, ປະຊາຊົນ ທີ່ມາບໍລິການມີຄວາມເຊື່ອໝັ້ນ ແລະ ຍັງເປັນການສ້າງໃບໜ້າອັນໃໝ່ ທີ່ທັນສະໄໝວຽກງານຈັດເກັບລາຍຮັັບ ຂອງຂະແໜງພາສີນຳອີກດ້ວຍ.

Cr.KPL

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້