ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນ 7 ປັດໄຈ ສົ່ງເສີມການປູກສາລີເປັນສິນຄ້າ.

ໃນປັດ­ຈຸ­ບັນ ອຳ­ນາດ​ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພວມເລັ່ງຊຸກ­ຍູ້ສົ່ງ­ເສີມໃຫ້ປະ­ຊາ­ຊົນ ກໍ່​ຄື​ຊາວ​ກະ­ສິ­ກອນ​ນຳ​ເອົາ​ສາ­ລີ​ອາ­ຫານ​ສັດ ມາ​ເປັນ​ພືດ​ເສດ­ຖະ­ກິດ ເພື່ອ​ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ ໂດຍ​ເຂດ​ເມືອງ​ຈຸດ​ສຸມ ນວ ໄດ້​ກຳ­ນົດ​ເອົາ 4 ເມືອງ​ຄື: ເມືອງ​ນາ​ຊາຍ​ທອງ ໄຊ​ທາ­ນີ ປາກ​ງື່ມ ແລະ ເມືອງ​ສັງ​ທອງ.

ທ້າຍອາທິດຜ່ານມາ, ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໄດ້​ຈັດ​ກອງ​ປະ­ຊຸມ​ສົ່ງ­ເສີມ​ປູກ​ສາ­ລີ​ອາ­ຫານ​ສັດ​ເປັນ​ສິນ­ຄ້າ ຂຶ້ນ​ທີ່​ສຳ­ນັກ­ງານ​ປົກ­ຄອງ ນວ ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະຜູ້​ປະ­ກອບ​ການ​ເຂົ້າຮ່ວມ.

ເພື່ອ​ສົ່ງ­ເສີມ​ໃຫ້​ຊາວ​ກະ­ສິ­ກອນ ທຳ​ການ​ຜະ­ລິດ​ສາ­ລີ​ອາ­ຫານ​ສັດ ສະ­ໜອງ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ ໂດຍ​ສະ­ເພາະ​ສະ­ໜອງ​ໃຫ້ 2 ໂຮງ­ງານ​ຜະ­ລິດ​ຫົວ­ອາ­ຫານ​ສັດ​ຄື: ບໍ­ລິ­ສັດ ຊີ​ພີ ແລະ ບໍ­ລິ­ສັດ ນິວ​ໂຮບ ເຂດ​ກວມ​ລວມ​ໄຊ​ເຊດ​ຖາ ທີ່​ທັງ​ສອງ​ບໍ­ລິ­ສັດ​ມີ​ຄວາມ​ຕ້ອງ­ການ​ວັດ­ຖຸ​ດິບ ກໍ່​ຄື​ສາ­ລີ​ແຂງ ນຳ­ໄປ​ຜະ­ລິດ​ເປັນ​ຫົວ­ອາ­ຫານ​ສັດ​ໃຫ້​ໄດ້ 11.770 ໂຕນ​ຕໍ່​ປີ ປັດ­ຈຸ­ບັນ​ສາ­ລີ​ແຂງ​ມີ​ລາ­ຄາ​ຄ້ຳ­ປະ­ກັນ​ຢູ່​ທີ່ 2.200 ກີບ​ຕໍ່​ກິ​ໂລ​ຕໍ່​ເມັດ ແລະ 1.000 ກີບ​ຕໍ່​ກິ​ໂລ​ຕໍ່​ຝັກ ຖື​ວ່າ​ເປັນ​ລາ­ຄາ​ທີ່​ເໝາະ​ສົມ​ກັບ​ສະ­ພາບ​ເສດ­ຖະ­ກິດ​ໂດຍ​ລວມ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...