News

ພານິດໄທ ຊວນ​ຜູ້​ປະ​ກອ​ບການຄົນລາວເຂົ້າຮ່ວມງານ RHVAC ແລະ E&E 2019

ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງ ພານິດ (ໄທ) ສົມທົບກັບ ສະພາອຸດສາຫະກຳແຫ່ງປະເທດໄທ ຈັດທັບໃຫຍ່ປະຊາສຳພັນ 3 ປະເທດເພື່ອນບ້ານ ລາວ, ກຳປູເຈຍ, ຫວຽດນາມ ເພື່ອເຊີນຊວນໄປຮ່ວມງານລະດັບອາຊຽນ 2 ງານ

ເກັບມາ​ຝາກ! ພາບບັນຍາກາດການສະແດງທົດລອງຂອງກຳລັງອ້າຍນ້ອງກອງທັບຄັ້ງທີ 1

ບັນຍາກາດການສະແດງທົດລອງຂອງກຳລັງອ້າຍນ້ອງກອງທັບຄັ້ງທີ 1 ໃນວັນທີ 14 ມັງກອນ 2019 ທີ່ວິທະຍາຄານກົມມະດຳ (ນ້ຳຊວງ) ເມືອງໂພນໂຮງ ແຂວງວຽງຈັນເພື່ອກຽມໃສ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເປັນກຽວເຂົ້າຮ່ວມຊົມມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ,...

ພາກ​ທຸ​ລະ​ກິດ​ຕ້ອງ​ຮູ້​ໄວ້! ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ປີ 2019

ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ, ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ທີ່​ມາ: facebook.com/335587643833078

​ຖືກ​ຈັບ​ແລ້ວ! ​ຊົມ​ເຊີຍເຈົ້າ​ໜ້າ​ທີ່​ຈັບພໍ່ຄ້າຢາເສບຕິດ ຢາບ້າ 5 ລ້ານເມັດ-ເຮໂຣອິນ 180 ແທ່ງ

ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫລ່ງຂ່າວຈາກຮາກຖານວ່າ: ມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນ ຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ,...

ເປີດ​ວາບ!ພາບ​ສາວ​​ທະ​ຫານ​​ຊຽງ​ຂວາງ ທີ່​ກຳ​ລັງ​ເປັນ​ກະ​ແສ​ຢູ່​ໃນ​ຕອນນີ້

ຊ່ວງນີ້​ກໍ​ໃກ້​ເຖິງວັນ​ສ້າງ​ຕັ້ງ​ກອງ​ທັບ​ແລ້ວ! ເຊິ່ງ​ຊາວ​ລາວ​ຕ່າງ​ກໍ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ​ໃນ​ມື້ນີ້​ແອັດ​ໄດ້​ລວມ​ພາບ​ສາວ​ທະ​ຫານ ຜູ້​ທີ່​ກຳ​ລັງ​ເປັນ​ກະ​ແສ​ຢູ່​ໃນ​ໂລກ​ອອນ​ລາຍ ຍ້ອນ​ວ່າ​ມີ​ຄົນ​ແຊ​ພາບ​ຂອງ​ລາວ​ໄປ​ ຕັ້ງ​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ຮູບ. ສາວ​ຄົນ​ນີ້, ມີ​ຊື່​ວ່າ​ແນວ​ໃດ? ຫຼື​ເຟ​ສ​ບຸກວ່າ​ແນວ​ໃດ? ກະ​ຂໍ​ໃຫ້​ພວກ​ເຈົ້າ​ຊອກ​ຫາ​ກັນ​ເອງ​ເອົາ​ເນາ​ະ! 555

ມາ​ເບິ່ງ​ແສນ​ຍາ​ນຸ​ພາບທາງ​ທະ​ຫານ ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ (ໃຜ​ຄັກ​ກວ່າ​ໝູ່)

ການ​ສຳ​ຫຼວດ​ຂອງ Global Firepower ຫຼື​ເອີ້ນ​ຫຍໍ້ໆ​ວ່າ GFP ເປັນ​ການ​ຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ທາງ​ທະ​ຫານ (Military Strength/Military Powers) ໂດຍ​ໃນ​ປີ 2015 ໄດ້​ທຳ​ການ​ປະ​ເມີນ 126 ປະ​ເທດ​ທົ່ວ​ໂລກ. ໂດຍ​ໃຊ້​ຕົວ​ຊີ້​ວັດ​ຫຼາຍກວ່າ 50 ຕົວ​ຊີ້​ວັດ...

​ເລີ່ມ​ແລ້ວ! ບຸນ​ກະ​ເລີ​ຂອງ​ບ້ານ​ຫ້ວຍ​ລອດ ເມືອງ​ໃໝ່ ແຂວງ​ຜົ້ງ​ສາ​ລີ

ໃນງານ​ບຸນດັ່ງກ່າວ, ເປັນກຽດເຂົ້າຮ່ວມທ່ານທອງຄູນໄຊຍະຄອນຄະນະປະຈຳພັກເມືອງຮອງເລຂາຮອງເຈົ້າເມືອງມີບັນດາຄະນະປະຈຳພັກເມືອງ.ກຳມາການພັກເມືອງ,ຫົວຫນ້າຫ້ອງການແລະອົງການຈັດຕັ້ງບ້ານພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພີທີໄດ້ຮັບຟັງບົດສະຫຼູບຫຍໍ້ຂອງບ້ານໃນປີ2018ພາ່ນມາ. ໄດ້ຮັບຟັງການໂອ້ລົມຂອງທ່ານທອງຄູນໄຊຍະຄອນ,ຮອງເລຂາພັກເມືອງຮອງເຈົ້າເມືອງ,ເຊິ່ງກ່ອນອື່ນທ່ານໄດ້ກ່າວຄຳຍ້ອງຍໍຊົມເຊີຍທີຊາວບ້ານຫວ້ຍລອດມີຄວາມສາມັກຄີເປັນເອກະພາບໃນແຕ່ລະປີໄດ້ຈັດງານບຸນຕາມຮີດຄອງປະເພນີເພືອເປັນການອານູລັກຮັກສາວັດທະນາທຳອັນດີງາມນີ້ໄວ້ຈົນຮອດຊົ່ວລູກຫຼານໃຫ້ຄຽງຄູ່ກັບບ້ານເມືອງຂອງເຮົາຕະຫລອດໄປ. ທີ່​ມາ: facebook.com/804456336568261

ເຊີນ​ໄປ​ທ່ຽວ! ອຸທະຍານພູຜາສຸກ ແຫຼ່ງ​​ທ່ອງ​ທ່ຽວ​ແຫ່ງຄວາມ​ສຸກ​ຂອງ​ແຂວງ​ສາ​ລະ​ວັນ

ອີກໜຶ່ງມຸມແຫ່ງຄວາມງົດງາມຂອງທຳມະຊາດທີ່ສ້າງຂຶ້ນມາໃຫ້ໜ້າທ່ຽວໜ້າລົງໄຫລທີ່ສຸດເຊິ່ງອຸທະຍານພູຜາສຸກຢູ່ເຂດບ້ານປາກປົ່ງເມືອງ ແລະ ແຂວງສາລະວັນເປັນອີກໜຶ່ງທາງເລືອກທີ່ທ່ານຄວນໄປສຳຜັດດ້ວຍໂຕເອງ.ອຸທະຍານພູຜາສຸກຫ່າງຈາກເທສະບານເມືອງສາລະວັນຕາມເສັ້ນທາງຊາຍແດນລາວ-ຫວຽດນາມ 20 ກວ່າກິໂລແມັດ ແລ້ວລ້ຽງຂວາເພື່ອເຂົ້າໄປອີກ 9 ກິໂລແມັດກໍໄປເຖິງແຫລ່ງທ່ອງທ່ຽວນີ້.  ອຸທະຍານພູຜາສຸກມີຫລາຍຖໍ້າທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ. ອຸທິຍານພູຜາສຸກ...