Friday, July 11, 2025
Kbank Laos โอน รับ จ่าย

ເຊີນ​ໄປ​ທ່ຽວ! ອຸທະຍານພູຜາສຸກ ແຫຼ່ງ​​ທ່ອງ​ທ່ຽວ​ແຫ່ງຄວາມ​ສຸກ​ຂອງ​ແຂວງ​ສາ​ລະ​ວັນ

ອີກໜຶ່ງມຸມແຫ່ງຄວາມງົດງາມຂອງທຳມະຊາດທີ່ສ້າງຂຶ້ນມາໃຫ້ໜ້າທ່ຽວໜ້າລົງໄຫລທີ່ສຸດເຊິ່ງອຸທະຍານພູຜາສຸກຢູ່ເຂດບ້ານປາກປົ່ງເມືອງ ແລະ ແຂວງສາລະວັນເປັນອີກໜຶ່ງທາງເລືອກທີ່ທ່ານຄວນໄປສຳຜັດດ້ວຍໂຕເອງ.
ອຸທະຍານພູຜາສຸກຫ່າງຈາກເທສະບານເມືອງສາລະວັນຕາມເສັ້ນທາງຊາຍແດນລາວ-ຫວຽດນາມ 20 ກວ່າກິໂລແມັດ ແລ້ວລ້ຽງຂວາເພື່ອເຂົ້າໄປອີກ 9 ກິໂລແມັດກໍໄປເຖິງແຫລ່ງທ່ອງທ່ຽວນີ້. 

ອຸທະຍານພູຜາສຸກມີຫລາຍຖໍ້າທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ.

ອຸທິຍານພູຜາສຸກ ເປັນໜຶ່ງໃນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ງົດງາມ ມະຫັດສະຈັນທີ່ສຸດໃນໂລກ ເຊິ່ງເກີດຈາກທຳມະຊາດປັ້ນແຕ່ງຂຶ້ນມາ.

ທີ່​ມາ: facebook.com/959889774214803

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.