
ມວນຊົນຊາວນະຄອນຫລວງວຽງຈັນ ສ້າງຂະບວນການອອກແຮງງານລວມ ອານາໄມຕາມສະຖານທີ່ຕ່າງໆ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຂອງພັກ ຂອງຊາດ ກໍຄືວັນສ້າງຕັ້ງກອງທັບຄົບຮອບ 70 ປີ ແລະ ເປັນການປະຕິບັດຄຳຂວັນ 6 ສໍຂອງເຈົ້າຄອງນະຄອນຫລວງວຽງຈັນ.
ໃນວັນທີ່ 12 ມັງກອນ 2019 ບ້ານດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ໂຮງຮຽນມັດທະຍົມ ສົມບູນດອນໜູນ ສ້າງຂະບວນການອກແຮງງານລວມ ຢູ່ຖະໜົນໄກສອນ ພົມວິຫານ ແຕ່ໄຟແດງດົງໂດກ ຫາ ວົງວຽນດອນໜູນ.

ທ່ານ ຈັນທະວີພອນ ທອງສະຫວັດ ນາຍບ້ານໆດອນໜູນໄດ້ກ່າວວ່າ: ນອກຈາກສ້າງຂະ ບວນການອອກແຮງຂ່ຳນັບຮັບຕ້ອນວັນສຳຄັນດັ່ງກ່າວທີ່ໝູນວຽນບັນຈົບຄົບຮອບມາອີກວາລະໜຶ່ງແລ້ວ ຍັງເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານຂອງຕົນຕື່ມອີກ ຊຶ່ງເປັນຖະໜົນສາຍຫລັກ ແລະ ປີນີ້ກໍເປັນປີສຳຄັນ ກອງທັບຂອງພວກເຮົາຈະໄດ້ຈັດການສະເຫລີມສະຫລອງຢ່າງຍິ່ງໃຫຍ່ ສະນັ້ນ, ຮຽກ ຮ້ອງມາຍັງພໍ່ແມ່ ພີ່ນ້ອງ ລູກຫລານ ໝົດທຸກຄົນພາຍໃນບ້ານຂອງຕົນ ຈົ່ງສືບຕໍ່ຮັດແໜ້ນຄວາມສາມັກຄີ, ການຮ່ວມມືທີ່ດີ ແລະ ເປັນພົນລະເມືອງທີ່ດີ.
ບ້ານດອນໜູນເປັນບ້ານໜຶ່ງຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕັ້ງຢູ່ເຂດທາງຜ່ານຂອງຖະໜົນໄກສອນພົມວິຫານ ມີພົນລະເມືອງທັງໝົດ 4.803 ຄົນ, 934 ຄອບຄົວ.
ທີ່ມາ: ຂປລ