Saturday, November 15, 2025
Kbank Laos โอน รับ จ่าย

ຢ່າ​ລືມ! ໄປ​ທ່ຽວ​ປາກ​ຊ່ອງ ຢ່າ​ລືມ​ແວ່​ສວນ​ຊາ 36

ທ່ານ ຟູສ້ຽວຫມິງ ຜູ້ຊ່ຽວຊານດ້ານຊາ ຂອງສວນຊາ 36 ໃຫ້ຮູ້ວ່າ: ສວນຊາ 36 ສ້າງຂຶ້ນໃນປີ 2017, ໃບຊາທີ່ນຳມາຜະລິດແມ່ນເກັບມາຈາກຕົ້ນຊາເກົ່າແກ່ອາຍຸພັນປີ, ເປັນຊາປອດສານພິດ, ການຜະລິດທຸກຂັ້ນຕອນແມ່ນເນັ້ນໃສ່ຄຸນະພາບເປັນສຳຄັນເພື່ອໃຫ້ໄດ້ລົດຊາດຊາທີ່ດີທີ່ສຸດ ແລະ ການຫຸ້ມຫໍ່ຜະລິດຕະພັນແມ່ນເນັ້ນໃສ່ຄວາມເປັນເອກະລັກສະເພາະຂອງລາວ. 

ຜະລິດຕະພັນຂອງສວນຊາ 36 ມີື 4 ປະເພດຄື: ຊາແດງ, ຊາຂຽວ, ຊາຂາວ ແລະ ຊາຟູເອີ. ຜ່ານມາຜະລິດຕະພັນຂອງສວນຊາ 36 ໄດ້ນຳໄປວາງສະແດງຢູ່ພາຍໃນ ແລະຕ່າງປະເທດ ພ້ອມທັງມອບເປັນຂອງຂວັນໃຫ້ການນຳຫລາຍທ່ານ ແລະ ໄດ້ຮັບການຍ້ອງຍໍວ່າເປັນຊາທີ່ດີຫລາຍ, ທີ່ສຳຄັນສວນຊາແຫ່ງນີ້ຍັງເປັນຕະຫລາດເກັບຊື້ໃບຊາ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນເມືອງປາກຊ່ອງຕື່ມອີກ.

ເມື່ອທ່ານໄປທ່ຽວເມືອງປາກຊ່ອງຢ່າລືມຊອກຫາໂອກາດໄປທ່ຽວສວນຊາ 36 ນອກຈາກຈະໄດ້ສຳພັດກັບສະ ພາບອາກາດເຢັນສົດຊື່ນບໍລິສຸດແລ້ວ ຍັງຈະໄດ້ທ່ຽວຊົມສວນຊາສີຂຽວທີ່ສວຍງາມ ໄດ້ຊົມວີທີການເກັບໃບຊາ,ການຕາກ,ການຂົ້ວ ແລະ ການລວກໃບຊາທີ່ເກັບຈາກສວນ ພ້ອມທັງໄດ້ຮຽນຮູ້ຂັ້ນຕອນ ແລະ ວິທີການປຸງແຕ່ງຊາປະເພດຕ່າງໆຈາກໂຮງງານຕື່ມອີກ. ທີ່ສຳຄັນທ່ານຈະໄດ້ຊີມລົດຊາດນ້ຳຊາທີ່ແຊບຫອມໂດຍມີຊ່ຽວ ຊານດ້ານຊາມາສາທິດການປຸງແຕ່ງຊາທີ່ເປັນເອກະລັກສະເພາະຂອງສວນຊາແຫ່ງນີ້ໃຫ້ທ່ານໄດ້ດື່ມແບບສົດໆຈາກສວນ. ການທ່ອງທ່ຽວສວນຊາເປັນອີກລາຍການທ່ອງທ່ຽວໜຶ່ງນອກຈາກທ່ຽວຊົມນ້ຳຕົກ, ສວນດອກໄມ້ ແລະ ສວນກາເຟຂອງເມືອງປາກຊ່ອງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.