Monday, May 19, 2025
Kbank Laos โอน รับ จ่าย

ເກັບມາ​ຝາກ! ພາບບັນຍາກາດການສະແດງທົດລອງຂອງກຳລັງອ້າຍນ້ອງກອງທັບຄັ້ງທີ 1

ບັນຍາກາດການສະແດງທົດລອງຂອງກຳລັງອ້າຍນ້ອງກອງທັບຄັ້ງທີ 1 ໃນວັນທີ 14 ມັງກອນ 2019 ທີ່ວິທະຍາຄານກົມມະດຳ (ນ້ຳຊວງ) ເມືອງໂພນໂຮງ ແຂວງວຽງຈັນເພື່ອກຽມໃສ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເປັນກຽວເຂົ້າຮ່ວມຊົມມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີປ້ອງກັນປະເທດ, ມີພະນັກງານອາວຸໂສບໍານານ, ບັນດານາຍ ແລະ ພົນທະຫານ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍມວນຊົນເຂົ້າຮວ່ມ. 

ຍັງຈະມີການສະແດງທົດລອງອີກຄັ້ງທີ 2 ໃນວັນທີ 17 ມັງກອນ 2019 ນີ້ ກອ່ນຈະມີການສະແດງຮັບໃຊ້ມວນຢ່າງເປັນທາງການໃນວັນທີ 20 ມັງກອນ 2019 ທີ່ວິທະຍາຄານກົງມະດໍາ. 

ໃນວັນທີ 17 ມັງກອນທີ່ຈະເຖິງນີ້ ຍັງຈະມີການສະແດງທົດລອງອີກຄັ້ງທີ 2 ເຊິ່ງເປັນຄັ້ງສຸດທ້າຍກອ່ນຈະມີການສະແດງຮັບໃຊ້ມວນຢ່າງເປັນທາງການໃນວັນທີ 20 ມັງກອນ ທີ່ວິທະຍາຄານກົມມະດໍາ.

Cr. KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້