​ຖືກ​ຈັບ​ແລ້ວ! ​ຊົມ​ເຊີຍເຈົ້າ​ໜ້າ​ທີ່​ຈັບພໍ່ຄ້າຢາເສບຕິດ ຢາບ້າ 5 ລ້ານເມັດ-ເຮໂຣອິນ 180 ແທ່ງ

ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫລ່ງຂ່າວຈາກຮາກຖານວ່າ: ມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນ ຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ, ກອງປະຕິບັດງານ 034(ກອງສືບຂ່າວ) ໄປສົມທົບກັບກອງຮ້ອຍຊາຍແດນ 122 ເພື່ອຕິດຕາມ ຢູ່ເຂດດັ່ງກ່າວຕາມການລາຍງານຂອງຮາກຖານ.

ເຖິງເວລາປະມານ 10 ໂມງເຊົ້າ ຂອງມື້​ວານນີ້, ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຢູ່ເຂດ ບ້ານຫ້ວຍລົມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ກວດກາລົດກະບະ VIGO ຄັນດັ່ງກ່າວ ໝາຍເລກທະບຽນ ນຂ 5888 ກໍາແພງນະຄອນ ເຊິ່ງ ຂັບຂີ່ໂດຍ ທ້າວ ຊົງທໍ ອາຍຸ 27 ປີ ຢູ່ບ້ານທ່າບູ້ ເມືອງນໍ້າບາກ ແຂວງຫຼວງພະບາງ ຜ່ານການກວດຄົ້ນໄດ້ພົບເຫັນຢາເສບຕິດ ຈໍານວນ 26 ເປົາ ຢູ່ໃນລົດຄັນດັ່ງກ່າວຄື: ຢາເສບຕິດ ປະເພດຢາບ້າລວມມີ 2.883 ມັດ ຫລື 5.764.000 ເມັດ, ເຮໂລອິນ ຈໍານວນ 3 ເປົາ ລວມມີ 90 ຄູ່ = 180 ແທ່ງ ແລະ ເງິນບາດ ຈໍານວນ 15,000ບາດ (ເງິນໄທ).

ຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນ ຜູ່ກ່ຽວຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຮັບມາຈາກ ບຸກຄົນບໍ່ຮູ້ຊື່ ເພດຊາຍ ອາຍຸປະມານ 27 ປີ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະໄປສົ່ງຢູ່ຈຸດນັດໝາຍ ແລະຈະໄດ້ຮັບເງິນຄ່າຈ້າງ ຈໍານວນ 200,000,000 ກີບ (ສອງຮ້ອຍລ້ານກີບ) ແຕ່ຍັງບໍ່ໄດ້ຮັບເງິນເທື່ອ, ເມື່ອໄປຮອດຈຸດນັດໝາຍຈະມີຄົນມາຮັບເອົາເຄື່ອງແລ້ວຈຶ່ງໄດ້ຮັບເງິນ, ປະຈຸບັນຄະດີດັ່ງກາວ ທາງເຈົ້າໜ້າທີຂອງພວກເຮົາ ພວມດໍາເນີນການສືບສວນ -ສອບສວນ ຂະຫຍາຍຜົນ ຊອກຫາຫົວໂປ່ໂຕການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ທີ່​ມາ: ຈົດ​ໝາຍ​ຂ່າວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...